ຊຸກຍູ້ການຮ່ວມມື,ຍົກການພົວພັນຫວຽດນາມ-ອິນເດຍຂື້ນສູ່ລະດັບສູງໃໝ່
ທ່ານ ຮອງສາດສະດາຈານ ປອ ຫງວຽນເທ໊ກີ່
(vovworld)- “ຫວຽດນາມ-ອິນເດຍ: ສະພາບການໃໝ່, ວິໄສທັດໃໝ່” ແມ່ນຫົວຂໍ້ ຂອງກອງປະຊຸມສຳມະນາວິທະຍາສາດສາກົນ ໂດຍສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຈັດຕັ້ງ ໃນຕອນເຊົ້າ ວັນທີ 25/8, ຢູ່ຮ່າໂນ້ຍ. ກອງປະຊຸມ ນອນໃນຂອບເຂດ ການເຄື່ອນໄຫວຕ່າງໆ ເພື່ອສົງເສີມການເຄື່ອນໄຫວ ສະເຫຼີມສະຫຼອງວັນເອກະລາດອິນເດຍ ແລະ ຂ່ຳນັບຮັບຕ້ອນ ທ່ານ Narendra Modi ນາຍົກລັດຖະມົນຕີສາທາລະນະລັດອິນເດຍ ມາຢ້ຽມຢາມ ຫວຽດນາມ ໃນຕົ້ນເດືອນ 9 ຈະມາເຖິງ. ບັນດາບົດຄວາມເຫັນ ຂອງ ຜູ້ແທນ ຢືນຢັນວ່າ: ອິນເດຍ ແລະ ຫວຽດນາມ ມີແຫຼ່ງປະຫວັດສາດການພົວພັນມາແຕ່ກ່ອນນີ້ກວ່າ ສອງສັດຕະວັດ. ບັນດາຜູ້ແທນຖືວ່າ: ຄວນສືບຕໍ່ຍົກລະດັບການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດນາມ-ອິນເດຍ ໃຫ້ພັດທະນາກວ່າອີກ, ບໍ່ພຽງແຕ່ດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເທົ່ານັ້ນຫາກນັບທັງດ້ານເສດຖະກິດ ແລະ ບັນດາຂົງເຂດອື່ນ. ເພື່ອແນໃສ່ຜັນຂະຫຍາຍ ກຳລັງແຮງຮອບດ້ານຂອງກັນ. ເມື່ອໄຈ້ແຍກກ່ຽວກັບທີ່ຕັ້ງ, ບົດບາດສຳຄັນ ຂອງອິນເດຍ ຢູ່ພາກພື້ນ ອາຊີ-ປາຊີຟິກ, ທ່ານ ຮອງສາດສະດາຈານ ປອ ຫງວຽນເທ໊ກີ່, ຜູ້ອຳນວຍການໃຫຍ່ສະຖານີວິທະຍຸກະຈາຍສຽງຫວຽດນາມ, ເນັ້ນໜັກວ່າ:
“ອິນເດຍ ແລະ ຫວຽດນາມ ເປັນຂົວຕໍ່ກັບອາຊີຕາເວັນອອກສຽງໃຕ້. ສຳລັບຫວຽດນາມ, ອິນເດຍ ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈແຖວໜ້າ ສາມາດຊ່ວຍຫວຽດນາມ ພັດທະນາກຳລັງພາຍໃນ ແລະ ປັບປຸງສະພາບແວດລ້ອມຄວາມສະຫງົບປອດໄພ. ຄວາມສາມາດບົ່ມຊ້ອນດ້ານການຮ່ວມມື ລະຫວ່າງ ສອງປະເທດ ໃນອະນາຄົດ ແມ່ນຍັງມີຫຼາຍຢູ່ ເພາະ ຫວຽດນາມ ແລະ ອິນເດຍ ນັບມື້ນັບຮັບຮູ້ຢ່າງຈະແຈ້ງວ່າ: ສອງປະເທດຍັງມີຜົນປະໂຫຍດ ຍຸດທະສາດລວມຫຼາຍຢ່າງ ໃນການຮັກສາ ພາກພື້ນອາຊີ-ປາຊີຟິກ ໃຫ້ມີສະຖຽນລະພາບ, ສັນຕິພາບ, ພັດທະນາ ແລະ ກິດຂວາງຄວາມຕັ້ງໃຈຮ້າຍກາດ ຂອງບັນດາອິດທິກຳລັງທີ່ພວມຢາກໃຊ້ກຳລັງແຮງ ເພື່ອລົບບົດບາດຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຍຸດຕິທຳຂອງສາກົນ”.