ຊຸກຍູ້ການຮ່ວມມືດ້ານການຄ້າ, ພະລັງງານຫວຽດນາມ - ອົດສະຕາລີ

ຊຸກຍູ້ການຮ່ວມມືດ້ານການຄ້າ, ພະລັງງານຫວຽດນາມ - ອົດສະຕາລີ - ảnh 1
ທ່ານລັດຖະມົນຕີ ຫວູຮູ​ຍຮ່ວາງແລະ
ທ່ານ​ລັດຖະມົນຕີ ການ​ຄ້າ ​ແລະ ພະລັງງານ​ແກ່ງ​ແຍ້​ງອົດ​ສະ​ຕາ​ລີ Craig Emerson

(ພາບ: baocongthuong.com.vn)

(vovworld) – ຄະນະຜູ້​ແທນ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ ນຳ​ໜ້າ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 22-28/4. ທີ່​ການ​ເຮັດ​ວຽກ​ລະຫວ່າງ​ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ  ​ແລະ ທ່ານ​ລັດຖະມົນຕີ ການ​ຄ້າ ​ແລະ ພະລັງງານ​ແກ່ງ​ແຍ້​ງອົດ​ສະ​ຕາ​ລີ Craig Emerson, ສອງ​ຝ່າຍ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ອຸດສາຫະກຳ… ລັດຖະມົນຕີ​ທັງ​ສອງ​ທ່ານ ​ໄດ້​ເຫັນ​ດີ​ສົ່ງ​ເສີມ​ບັນດາ​ອົງການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ຂອງສອງ​ຝ່າຍສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕາມ​ທິດ​ມີ​ປະສິດທິ​ຜົນ, ໝັ້ນຄົງ. ຫວຽດນາມ​ກໍ່ສະເໜີ​ໃຫ້​ຝ່າຍ​ອົດ​ສະ​ຕາ​ລີ​ ສະໜັບສະໜູນຂໍ້​ສະ​ເໜີ​ຂອງ​ສະຫະ​ສະມາຄົມ​ນຳ​ເຂົ້າ​ສິນ​ໃນ​ນ້ຳ ​ເປີດ​ຫ້ອງການ​ກວດກາ​ຄຸນ​ນະພາ​ບສິນ​ໃນ​ນ້ຳ​ຢູ່​ຫວຽດນາມ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ​ເຂົ້າ​ອົດ​ສະ​ຕາ​ລີ. ກ່ຽວ​ກັບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ສອງ​ຝ່າຍ​ເຫັນ​ດີ​ຮ່ວມ​ມື​ຢ່າງ​ແໜ້ນ​ແຝ້ນ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP)  ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ປະ​ເທດຄູ່ຮ່ວມ​ມື.

ຂ່າວ/ບົດ​ອື່ນ