ຊຸກຍູ້ການຮ່ວມມືດ້ານການຄ້າ ລະຫວ່າງ ຫວຽດນາມ - ຈີນ
(VOVWORLD) -ປີ 2020, ເຖິງວ່າໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກກໍ່ຕາມແຕ່ ຫວຽດນາມ ແລະ ຈີນຍັງສະແດງໃຫ້ເຫັນການເພີ່ມທະວີຢ່າງໃຫຍ່ຫຼວງກ່ຽວກັບການຄ້າສອງຝ່າຍ.
ທ່ານ ເລຮ່ວາງຕາຍ, ຮອງຫົວໜ້າກົມສົ່ງເສີມການຄ້າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ) |
ວັນທີ 17 ທັນວາ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ) ໄດ້ສົມທົບກັບຄະນະເລຂາຕະຫຼາດນັດ ຈີນ - ອາຊຽນ (CAEXPO) ຈັດກອງປະຊຸມທາງອອນລາຍກ່ຽວກັບການພົວພັນແລກປ່ຽນການຄ້າຂະແໜງອາຫານການກິນ ແລະ ເຄື່ອງດື່ມໃຫ້ແກ່ວິສາຫະກິດ ຫວຽດນາມ ແລະ ວິສາຫະກິດ ຈີນ. ເຫດການນອນໃນຂອບເຂດງານຕະຫຼາດນັດ CAEXPO 2020, ເພື່ອແນໃສ່ເຊື່ອມຕໍ່, ໜູນຊ່ວຍວິສາຫະກິດ ຫວຽດນາມ ແລະ ຈີນ ມີໂອກາດພົວພັນແລກປ່ຽນການຄ້າ ຜ່ານນັ້ນຊຸກຍູ້ການຮ່ວມມືດ້ານການຄ້າສອງຝ່າຍ.
ປີ 2020, ເຖິງວ່າໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກກໍ່ຕາມແຕ່ ຫວຽດນາມ ແລະ ຈີນຍັງສະແດງໃຫ້ເຫັນການເພີ່ມທະວີຢ່າງໃຫຍ່ຫຼວງກ່ຽວກັບການຄ້າສອງຝ່າຍ. ຕາມຕົວເລກຂອງ ກະຊວງອຸດສາຫະກຳແລະການຄ້າ ຫວຽດນາມ ແລ້ວ, ໄລ່ຮອດທ້າຍເດືອນພະຈິກ, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ຈີນບັນລຸກ່ວາ 117 ຕື້ USD, ໃນນັ້ນ, ວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງຈີນບັນລຸໄດ້ກ່ວາ 43 ຕື້ USD.