ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງທາງ​ເຄືອ​ຂ່າຍ​ອິນ​ເຕ​ີ​ແນັດ ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ໃຫ້​ເປັນ​ແບບ​ຢ່າງ​ໃນ ອາ​ຊຽນ

(VOVWORLD) -  ຕອນບ່າຍວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານ Iswaran ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສິງກະໂປ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ຂັ້ນລັດຖະມົນຕີ ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ.
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງທາງ​ເຄືອ​ຂ່າຍ​ອິນ​ເຕ​ີ​ແນັດ ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ໃຫ້​ເປັນ​ແບບ​ຢ່າງ​ໃນ ອາ​ຊຽນ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກອງປະຊຸມດັ່ງກ່າວ ເພື່ອແນໃສ່ແລກປ່ຽນ, ແບ່ງປັນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຍຸດທະສາດເຄືອຂ່າຍ ອິນເຕີແນັດ ກໍຄືວິວັດການກໍ່ສ້າງ, ປັບປຸງມາດຕະຖານຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີແນັດ ຂອງ ຫວຽດນາມ ໃຫ້ສົມບູນແບບ; ເພື່ອກະກຽມໃຫ້ແກ່ ສັບປະດາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດສາກົນ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີແນັດ ຄັ້ງທີ 5 ເຊິ່ງຄາດວ່າຈະຖືກຈັດຂຶ້ນຢູ່ສິງກະໂປ ໃນລະຫວ່າງວັນທີ 5 – 9 ຕຸລາ ຕາມຮູບການທາງອອນລາຍ.

        ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການຍົກສູງກຳລັງຄວາມສາມາດຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ສ້າງກົດແຫ່ງການປະພຶດໃນເຄືອຂ່າຍ ອິນເຕີແນັດ ໂດຍອີງໃສ່ບັນດາຫຼັກການ ແລະ 11 ມາດຕະຖານຂອງ ສປຊ. ກະຊວງຕຳຫຼວດຫວຽດນາມ ຍາມໃດກໍກຳນົດວ່າ ອາດຊະຍາກຳທາງເຄືອຂ່າຍອິນເຕີແນັດ ແລະ ອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ແມ່ນສະໜາມຮົບຕົ້ນຕໍເພື່ອເພີ່ມທະວີການສົມທົບກັບອົງການປະຕິບັດກົດໝາຍຂອງບັນດາປະເທດ ອາຊຽນ, ໂດຍສະເພາະແມ່ນ ສິງກະໂປ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ວຽກງານດັ່ງກ່າວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ສະເໜີບາງທິດທາງເພີ່ມທະວີການຮ່ວມມືກ່ຽວກັບການຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີແນັດ, ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ການປ້ອງກັນ ແລະ ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີແນັດ, ອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ກັບ ສິງກະໂປ.

        ສ່ວນ ທ່ານ Iswaran ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສິງກະໂປ ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ ໃນຂົງເຂດ ປ້ອງກັນ ແລະ ຕ້ານອາດຊະຍາກຳທາງອິນເຕີແນັດ. ພ້ອມທັງ ຍົກອອກບັນດາຂໍ້ສະເໜີ ເພື່ອເພີ່ມທະວີການສົມທົບກັນລະຫວ່າງສອງຝ່າຍໃນຂົງເຂດດັ່ງກ່າວ ໃນໄລຍະ “ປົກກະຕິແບບໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ