ຊຸກຍູ້ການຮ່ວມມມືດ້ານ ການຄ້າລະຫວ່າງທ້ອງຖິ່ນ ຕ່າງໆຂອງຫວຽດນາມ -ໄທ


ຊຸກຍູ້ການຮ່ວມມມືດ້ານ ການຄ້າລະຫວ່າງທ້ອງຖິ່ນ ຕ່າງໆຂອງຫວຽດນາມ -ໄທ - ảnh 1

ທ່ານ​ ​ໂຊກ​ດີ ​ແກ້ວ​​ແສງ ຮອງ​ເລຂານຸການ​

ຄະນະ​ກຳມະການ​ສົ່ງ​ເສີມ​ການ​ລົງທຶນ​ໄທກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ

(ພາບ: vov.vn)

  (vovworld)- ​ເວທີ​ປາ​ໄສ​ສົ່ງ​ເສີມ​ການ​ຄ້າ, ການ​ລົງທຶນ​ຫວຽດນາມ-​ໄທ ​ໄດ້​ດຳ​ເນີນ​​ໃນວັນ​ທີ 27/11 ຢູ່​ບາງກອກ​ ປະ​ເທດ​ໄທ ດ້ວຍ​ຫົວ​ເລື່ອງ “ບັນດາ​ໂອກາດ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຢູ່​ພາກ​ກາງ​ຫວຽດນາມ“ ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີການ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ສອງ​ຝ່າຍ. ກ່າວ​ຄຳ​ເຫັນ​ໄຂ​ເວທີ​ປາ​ໄສ, ທ່ານ​ໂງ​ດຶກທັງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳໄທ ສະ​ແດງ​ຄວາມ​ພາກພູມ​ໃຈກ່ຽວ​ກັບ​​ເລື່ອງການ​ພົວພັນ​ລະຫວ່າງ ຫວຽດນາມ-​ໄທ ໄດ້​ຍົກ​ຂຶ້ນ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ສອງ​ປະ​ເທດ​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ໃນ​ໄລຍະ​ຜ່ານ​ມາ.

   ສ່ວນ​ທ່ານ​ ​ໂຊກ​ດີ ​ແກ້ວ​​ແສງ ຮອງ​ເລຂານຸການ​ຄະນະ​ກຳມະການ​ສົ່ງ​ເສີມ​ການ​ລົງທຶນ​ໄທ ​ໃຫ້​ຮູ້​ວ່າ: ລັດຖະບານ​ໄທ ສະໜັບສະໜູນ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ໄທ​ເອົາ​ໃຈ​ໃສ່​ລົງທຶນ​ເຂົ້າຫວຽດນາມ ​ແລະ ພາກ​ກາງ​ຫວຽດນາມ. ​ເວທີ​ປາ​ໄສ​ຄັ້ງນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຊອກ​ຮູ້​ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ​ໂອກາດ​ລົງທຶນ, ​ແລ​ກປ່ຽນ​ກ່ຽວ​ກັບຄວາມ​ສາມາດ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ