ຊຸກຍູ້ການຮ່ວມມືສອງຝ່າຍ ຫວຽດນາມ - ໄທ
(VOVWORLD) -ທ່ານເອກອັກຄະລັດຖະທູດ ຟານຈີແທັງ ຫວັງວ່າ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທຳມາຫາກິນ, ດຳລົງຊີວິດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມລວມຂອງໄທ ແລະ ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບການຮ່ວມມືລະຫວ່າງສອງປະເທດ.
ທ່ານຮອງນາຍົກລັດຖະມົນຕີ ໄທ ວິດສະນູ ເຄືອງາມ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ (ພາບ: TTXVN) |
ວັນທີ 29 ມີນາ, ຢູ່ບາງກອກ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟານຈີແທັງ, ທ່ານຮອງນາຍົກລັດຖະມົນຕີ ໄທ ວິດສະນູ ເຄືອງາມ ຫວັງວ່າ ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາກຸ່ມບໍລິສັດ, ວິສາຫະກິດໄທ ມາລົງທຶນ ແລະ ເຄື່ອນໄຫວຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໄທຕີລາຄາສູງບົດບາດຂອງ ສະຖານທູດ ຫວຽດນາມ ປະຈຳ ໄທ ໃນການໜູນຊ່ວຍການຊຸກຍູ້, ເຊື່ອມຕໍ່ຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ອົງການທີ່ກ່ຽວຂ້ອງລະຫວ່າງສອງປະເທດ ແລະ ຫວັງວ່າ ສະຖານທູດ ຫວຽດນາມ ປະຈຳໄທ ສືບຕໍ່ເປັນຂົວເຊື່ອມຕໍ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ.
ສ່ວນທ່ານເອກອັກຄະລັດຖະທູດ ຟານຈີແທັງ ຫວັງວ່າ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທຳມາຫາກິນ, ດຳລົງຊີວິດ, ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມລວມຂອງໄທ ແລະ ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບການຮ່ວມມືລະຫວ່າງສອງປະເທດ.