ທ່ານ ເລຮ່ວາງກວນ ປະທານນະຄອນ ໂຮ່ຈີມິນ ຕ້ອນຮັບ
ອົງມົງກຸດລາຊະກຸມມານແຄ້ວນ York - ເຈົ້າຟ້າຊາຍ Andrew
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 16/11, ທ່ານ ເລຮ່ວາງກວນ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ການຕ້ອນຮັບ ອົງມົງກຸດລາຊະກຸມມານແຄ້ວນ York - ເຈົ້າຟ້າຊາຍ Andrew ແຫ່ງ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ ເລຮ່ວາງກວນ ປາດຖະໜາວ່າ: ດ້ວຍບົດບາດ ແລະ ທີ່ຕັ້ງຂອງຕົນ, ເຈົ້າຟ້າຊາຍ Andrew ຈະສືບຕໍ່ເອົາໃຈໃສ່, ແນະນຢ່າງກ້ວາງຂວາງກ່ຽວກັບນະຄອນ ໂຮ່ຈີມິນ ເຖິງປະຊາຊົນ ແລະ ບັນດາວິສາຫະກິດ ອັງກິດ ເພື່ອແນໃສ່ເພີ່ມທະວີການລົງທຶນ, ດຳເນີນທຸລະກິດອັນຍາວນານ ກໍຄືທ່ອງທ່ຽວຄົ້ນຫາກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ. ເຈົ້າຟ້າຊາຍ Andrew ໃຫ້ຮູ້ວ່າ: ດ້ວຍບັນດາບົດຮຽນ ແລະ ທ່າແຮງຂອງຕົນ, ອັງກິດ ພ້ອມແລ້ວທີ່ຈະໜູນຊ່ວຍ, ແບ່ງປັນບົດຮຽນກັບ ຫວຽດນາມ ຢູ່ທຸກຂົງເຂດ, ພິເສດແມ່ນບັນດາການເຄື່ອນໄຫວໜູນຊ່ວຍລຸຸ່ນໜຸ່ມ. ເຈົ້າຟ້າຊາຍ Andrew ໃຫ້ຮູ້ວ່າ: ພາຍຫລັງການຢ້ຽມຢາມຄັ້ງນີ້, ອັງກິດ ຈະສົ່ງເສີມບັນດາໂຄງການຢ່າງລະອຽດ ເພື່ອໜູນຊ່ວຍ ຫວຽດນາມ ກໍຄືນະຄອນ ໂຮ່ຈີມິນ ໃນ ຫລາຍຂົງເຂດ, ພິເສດແມ່ນບັນດາຂົງເຂດທີ່ ອັງກິດ ມີທ່າແຮງ ຄືວິທະຍາສາດເຕັກໂນໂລຢີ, ເຕັກນິກ, ອຸດສາຫະກຳສຳຮອງ.