ຊຸກ​ຍູ້​ການ​ຮ່ວ​ມ​ສຳ​ພັນ​ລະ​ຫວ່າງ​ເຂດ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -ການສ້າງຕັ້ງກົນໄກຮ່ວມສຳພັນລະຫວ່າງເຂດໃຫ້ມີກຳລັງແຮງຢ່າງພຽງພໍ ເພື່ອພັດທະນາບັນດາເຂດເສດຖະກິດເວົ້າລວມ ແລະ ເຂດເສດຖະກິດຈຸດສຸມຂອງທົ່ວປະເທດເວົ້າສະເພາະນັ້ນ ແມ່ນຄວາມຮຽກຮ້ອງຈຳເປັນທີ່ໄດ້ວາງອອກ. 
ຊຸກ​ຍູ້​ການ​ຮ່ວ​ມ​ສຳ​ພັນ​ລະ​ຫວ່າງ​ເຂດ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ - ảnh 1(ພາບປະກອບ: laodong.vn)

ເນື້ອໃນດັ່ງກ່າວໄດ້ຍົກອອກມາໃນບົດລາຍງານການເມືອງ ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ. ທີ່ກອງປະຊຸມໃຫຍ່, ຜູ້ແທນຫຼາຍທ່ານໄດ້ສະແດງທັດສະນະ, ແຕ່ລະທ້ອງຖິ່ນຕ້ອງມີຈິນຕະນາການໃໝ່ໃນການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ. ບັນດາຜູ້ແທນກໍຖືວ່າ ໃນຍຸດທະສາດພັດທະນາເສດຖະກິດຢູ່ທະເລ, ບັນດາແຂວງ, ເຂດພາກ ຕ້ອງມີການຮ່ວມສຳພັນກັນຢ່າງແຮງ ແລະ ສ້າງເປັນສາຍສຳພັນທີ່ສົມທົບກັນຢ່າງມີປະສິດທິຜົນ ເວລານັ້ນ ເສດຖະກິດທະເລ ຈຶ່ງນໍາມາເຊິ່ງປະສິດທິຜົນສູງສຸດ. ທ່ານ ຫງວຽນຮົ່ງຫຼິງ, ສະມາຊິກຄະນະຜູ້ແທນແຂວງ ຮ່າຕິ໊ງ ໃຫ້ຮູ້ວ່າ:

        “ໃນ 12 ມາດຕະການຕົ້ນຕໍເພື່ອພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ຈະມາເຖິງ ທີ່ໄດ້ຍົກອອກມາໃນເອກະສານກອງປະຊຸມໃຫຍ່ຄັ້ງນີ້ ມີມາດຕະການກ່ຽວກັບການພັດທະນາເຂດເສດຖະກິດ ຮ່າຕິ໊ງ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ປະຕິບັດສຳເລັດ, ປັບປຸງແຜນຜັງເຂດເສດຖະກິດໃຫ້ສົມບູນແບບ, ໃນນັ້ນ ຫວູງອ໊າງ ໄດ້ກຳນົດວ່າ ແມ່ນເຂດເສດຖະກິດພັດທະນາບັນດາຂະແໜງຈຸດສຸມຄື ເຫຼັກກ້າ, ໄຟຟ້າ ແລະ ການບໍລິການ Logistic, ທ່າກ່ຳປັ່ນນ້ຳເລິກ.”


 

ຕອບກັບ

ຂ່າວ/ບົດ​ອື່ນ