ຊຸກຍູ້ການເຄື່ອນໄຫວຮ່ວມມືສອງຝ່າຍຫວຽດນາມ-ຟິລີບປີນ

 ຊຸກຍູ້ການເຄື່ອນໄຫວຮ່ວມມືສອງຝ່າຍຫວຽດນາມ-ຟິລີບປີນ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ

(vovworld)- ຕອນ​ເຊົ້າ​ວັນ​ທີ 29/9, ພິ​ທີ​ຕ້ອນ​ຮັບ​ທ່ານ Rodrigo Duterte ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 28-29/9 ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່ ທ​ຳ​ນຽບ​ປະ​ທານ​ປະ​ເທດ. ພາຍ​ຫລັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ. ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ການ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ 40 ປີ​ຜ່ານ​ມາ. ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ໃນ​ໄລ​ຍະ​ໃຫມ່, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ການ​ທູດ, ຊຸກ​ຍູ້​ການ​ພົວ​ພັນ​ຂັ້ນ​ພັກ, ລັດ​ຖະ​ບານ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ຍົກ​ສູງ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ມີ​ຢູ​່​ແລ້ວ. ສອງ​ຝ່າຍ​ຕີ​ລາ​ຄາ ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ​, ປ້ອງ​ກັນ​ຊາດ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ອື່ນ​ຄື: ທະ​ເລ ແລະ ມະ​ຫາ​ສະ​ມຸດ, ກະ​ສິ​ກຳ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ການ​ສຶກ​ສາ..ຄຽງ​ຂ້າງ​ການ​ຮ່ວມ​ມື​ສອງ​ຝ່າຍ, ສອງ​ຝ່າຍ​ໄດ້​ສຸມ​ໃສ່​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​ຢືນ​ຢັນ: ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ​ເພື່ອສຳ​ເລັດ​ບົດ​ບາດ​ເປັນ​​ປະ​ທານ ອາ​ຊຽນ 2017 ຂອງ ຟິ​ລີບ​ປີນ ແລະ ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC 2017 ຂອງ​ຫວຽດ​ນາມ​, ພ້ອ​ມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ສົມ​ທົບ ແລະ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ອື່ນ ຜັນ​ຂະ​ຫຍາຍ​ປະ​ຊາ​ຄົມ ອາ​ຊຽນ ສຳ​ເລັດ​ຜົນ.

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ ແລະ ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອບົນ​ທະ​ເລ ແລະ ການບິນ ກໍ​ຄື​ການ​ຄ້າບໍ່​ຖືກ​ກີດ​ຂວາງ​ໃນ​ພາກ​ພື້ນ, ພ​ິ​ເສດ ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຈົ່ງ​ອົດ​ກັ້ນ, ບໍ່​ນາບ​ຂູ່​ຫລື​ໃນ​ໃຊ້​ກຳ​ລັງ​ອາ​ວຸດ, ເຄົາ​ລົບ​ບັນ​ດາ​ວິ​ວັດ​ການ​ການ​ທູດ​, ນິ​ຕິ​ທຳຢ່າງ​ຄົບ​ຖ້ວນ,ແກ້​ໄຂ​ຄວາ​ມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982.ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ປະ​ທານ​າ​ທິ​ບໍ​ດີ ຟິ​ລີບ​ຟີນ Rodrigo Duterte ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ຕ້ອນ​ຮັບ​ຄະ​ນະ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ. ຕອນ​ຄ່ຳ​ວັນ​ທີ 29/9, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ຈັດ​ງານ​ລ້ຽງ​ຮັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Rodrigo Duterte ແລະ ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ຟີ​ລີບ​ປີນ ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.


ຕອບກັບ

ຂ່າວ/ບົດ​ອື່ນ