(vovworld) – ຊຸກຍູ້ການໃຊ້ສອຍ ແລະ ຜະລິດຜະລິດຕະພັນຂຽວຜ່ານການຊື້ແບບຍືນຍົງຂອງລັດແລະຍີ່ຫໍ້ຊີວະພາບ. ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍກົມໃຫຍ່ສິ່ງແວດລ້ອມ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສົມທົບກັບອົງການສິ່ງແວດລ້ອມຂອງສະຫະປະຊາຊາດ ຈັດຕັ້ງ ໃນວັນທີ 22/09 ຢູ່ຮ່າໂນ້ຍ. ກອງປະຊຸມສຳມະນານອນໃນຂອບເຂດໂຄງການຊຸກຍູ້ການໃຊ້ສອຍ ແລະ ຜະລິດຜະລິດຕະພັນຂຽວຜ່ານການຊື້ແບບຍືນຍົງຂອງລັດແລະຍີ່ຫໍ້ຊີວະພາບ (SPPEL). ຕາມທ່ານ ເຈີ່ນນາມບິ່ງ, ນັກຊ່ຽວຊານທີ່ປຶກສາຂອງໂຄງການແລ້ວ, ໂຄງການ SPPEL ໄດ້ຮັບການປະຕິບັດ ເພື່ອແນໃສ່ຕີລາຄາໂດຍສັງເຂບກ່ຽວກັບສະພາບການຊື້ຂາຍຂອງລັດຢູ່ຫວຽດນາມ, ຈາກບັນດາແງ່ມູນດ້ານກົດໝາຍ, ຂັ້ນຕອນ, ກົດລະບຽບ, ບັນດາອົງການກ່ຽວຂ້ອງ; ຈາກນັ້ນຈະໄຈ້ແຍກຄວາມສາມາດນຳໃຊ້ການຊື້ແບບຍືນຍົງຂອງລັດແລະຍີ່ຫໍ້ຊີວະພາບ ເຂົ້າໃນການຊື້ຂາຍຂອງລັດ.