(vovworld) – ຕອນເຊົ້າວັນທີ 23/1, ຕາມເວລາ ຫວຽດນາມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງໄດ້ມີການເຈລະຈາ ກັບທ່ານນາຍົກລັດຖະມົນຕີ ອັງກິດ David Cameron. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ອັງກິດ David Cameron ຢັ້ງຢືນວ່າ: ລັດຖະບານ ອັງກິດ ຖືການເພີ່ມທະວີການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ຈະມານະພະຍາຍາມຊຸກຍູ້ການຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງ ອັງກິດ ກັບ ຫວຽດນາມ ໃນບັນດາຂົງເຂດບຸລິມະສິດ, ພິເສດແມ່ນການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ, ຍູ້ໄວວົງເງິນການຄ້າ 2 ສົ້ນ, ຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການເຊັນກັນແລ້ວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະແດງຄວາມພາກພູມໃຈເມື່ອເຫັນວ່າ: ການພົວພັນລະຫວ່າງ 2 ປະເທດ ພວມພັດທະນາຮອບດ້ານ ແລະ ເລິກເຊິ່ງໃນຂົງເຂດຕ່າງໆນັບແຕ່ເມື່ອຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດ ເມື່ອເດືອນ 9/2010, ພ້ອມທັງປາຖະໜາຢາກຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ, ການຮ່ວມມືລົງທຶນລະຫວ່າງ ລາຊະອານາຈັກ ອັງກິດ ແລະ ຫວຽດນາມ, ເພີ່ມວົງເງິນການຄ້າ 2 ສົ້ນໂດຍໄວ, ເພີ່ມທະວີການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ, ໃນນັ້ນມີການສະເໜີໃຫ້ ອັງກິດ ເພີ່ມທຶນສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ, ພ້ອມທັງເພີ່ມທະວີການລົງທຶນໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
ແລະກໍ່ໃນໂອກາດນີ້, 2 ປະເທດໄດ້ເຊັນບັນດາເອກະສານຄື: ບົດບັນທຶກຊ່ວຍຈຳ ກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານດ້ານເຂົ້າ - ອອກເມືອງ ລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ອົງການຊາຍແດນຂອງລາຊະອານາຈັກ ອັງກິດ, ແຜນການເຄື່ອນໄຫວ ຫວຽດນາມ - ອັງກິດ ປີ 2013.... ລັດຖະບານ ອັງກິດ ໄດ້ຈັດຕັ້ງງານລ້ຽງຢ່າງສົມກຽດ ເພື່ອຂຳ່ນັບຮັບຕ້ອນທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ.
ແລະກໍ່ໃນວັນດຽວກັນ, ຕາມແຜນການແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການ ພົບປະກັບ ເຈົ້າຟ້າຊາຍ Charles, ວາງພວງມາລາອາໄລຫາປະທານໂຮ່ຈີມິນ ຢູ່ ປ້າຍອາໄລຫາປະທານ ໂຮ່ຈີມິນ ຕັ້ງຢູ່ຖະໜົນ Haysmarket.