(VOVWORLD) -ກອງປະຊຸມສຳມະນາ “ຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງເຂົ້າຮ່ວມຕະຫຼາດພາກພື້ນ APEC ເພື່ອແນໃສ່ຫຼຸດຜ່ອນຊ່ອງວ່າງດີຈີຕອນ” ໄດ້ຈັດຂຶ້ນໃນລະຫວ່າງວັນທີ 22 – 23 ຕຸລາ ຢູ່ຮ່າໂນ້ຍ.
ໂດຍມີການເຂົ້າຮ່ວມຂອງບັນດານັກວາງແຜນນະໂຍບາຍ, ນັກຊ່ຽວຊານເສດຖະກິດດີຈີຕອນເຊິ່ງເປັນສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ທ່ານ ດັ້ງຮ່ວາງຫ໋າຍ, ຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ, ໃຫ້ຮູ້ວ່າ ກອງປະຊຸມສຳມະນາ ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນແລກປ່ຽນບົດຮຽນ, ສະເໜີບັນດານະໂຍບາຍພັດທະນາເສດຖະກິດ ດີຈີຕອນ ແລະ ການຄ້າເອເລັກໂຕນິກ, ພິເສດແມ່ນການປຶກສາຫາລືກ່ຽວກັບບັນດານະໂຍບາຍໜູນຊ່ວຍປະຊາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງນຳໃຊ້ການຄ້າເອເລັກໂຕນິກ, ເປີດກວ້າງການດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດດີຈີຕອນ ຫວຽດນາມ. ທ່ານກ່າວວ່າ:
“ພາກເອກະຊົນແມ່ນກຳລັງໜູນສຳຄັນໃນວິວັດການຫັນພື້ນຖານເສດຖະກິດເປັນດີຈີຕອນ. ບັນດາລາຍການຂອງລັດຖະບານກໍ່ຢັ້ງຢືນສິ່ງນີ້ ແລະ ໃຫ້ເຫັນວ່າຕ້ອງມີ1ໜູນຊ່ວຍກຸ່ມວິສາຫະກິດໃຫ້ຫຼາຍກ່ວາອີກພິເສດແມ່ນວິສາຫະກິດພາກເອກະຊົນໃນການຫັນເສດຖະກິດເປັນດີຈີຕອນ…ນີ້ແມ່ນບັນຫາທີ່ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ແລະ ພວກຂ້າພະເຈົ້າມີຄວາມຫວັງວ່າ ກອງປະຊຸມສຳມະນາມື້ນີ້ອາດຈະຊອກຫາໄດ້ວິທີການແກ້ໄຂເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນ.”
ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າກໍ່ໄດ້ປະກາດຕົວເລກທີ່ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດທີ່ມີລະດັບການພັດທະນາດ້ານການຄ້າເອເລັກໂຕນິກສູງທີ່ສຸດ. ລະອຽດແມ່ນ ດ້ວຍຂອບຂະໜາດການຕະຫຼາດບັນລຸໄດ້ 4 ຕື້ USD ໃນປີ 2015 ແລະ ສູງທົບ 2 ເທົ່າ ປີ 2018, ການຄ້າເອເລັກໂຕນິກ ຫວຽດນາມ ຢືນຢູ່ອັນດັບທີ 4 ຂອງອາຊີຕາເວັນອອກສ່ຽງໃຕ້.