ຊຸກ​ຍູ້​ວິ​ສາ​ຫະ​ກິດ​ນຳ​ໃຊ້​ພະ​ລັງ​ງານ​ສີ​ຂຽວ​

(VOVWORLD) -  ດ້ວຍການນຳໃຊ້ພະລັງງານສີຂຽວຈາກລະບົບໄຟຟ້າຈາກແສງຕາເວັນ ທີ່ຕັ້ງຢູ່ຫຼັງຄາເຮືອນ, ວິສາຫະກິດ ຈະໄດ້ຮັບຜົນປະໂຫຍດຕ່າງໆກ່ຽວກັບເສດຖະກິດ, ປະຢັດຄ່າໃຊ້ຈ່າຍໃນການຜະລິດ, ຖ້າວ່າມີໃບຢັ້ງຢືນສີຂຽວ ຈະຍົກສູງທ່າໄດ້ປຽບແກ້ງແຍ້ງເມື່ອສົ່ງອອກ. 

 ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການໂອ້ລົມສົນທະນາ “ພະລັງງານສີຂຽວສຳລັບວິສາຫະກິດ: ຄວາມຈຳເປັນ ແລະ ບັນຫາທີ່ໄດ້ວາງອອກໃນພຶດຕິກຳຕົວຈິງ”, ໂດຍວາລະສານເວທີປາໄສວິສາຫະກິດຈັດຂຶ້ນ ໃນຕອນບ່າຍວັນທີ 17 ພຶດສະພາ ຢູ່ຮ່າໂນ້ຍ.

ຊຸກ​ຍູ້​ວິ​ສາ​ຫະ​ກິດ​ນຳ​ໃຊ້​ພະ​ລັງ​ງານ​ສີ​ຂຽວ​ - ảnh 1ການໂອ້ລົມສົນທະນາ “ພະລັງງານສີຂຽວສຳລັບວິສາຫະກິດ: ຄວາມຈຳເປັນ ແລະ ບັນຫາທີ່ໄດ້ວາງອອກໃນພຶດຕິກຳຕົວຈິງ” (ພາບ: baocongthuong.vn)

        ຕໍ່ໜ້າຄວາມຕ້ອງການທີ່ຈຳເປັນຂອງເປົ້າໝາຍຫຼຸດຜ່ອນອາຍພິດຈາກຂະແໜງການຜະລິດຕ່າງໆ, ເງື່ອນໄຂຂອງການເຊື່ອມໂຍງ, ຫວຽດນາມ ໄດ້ຊຸກຍູ້ບັນດາແຜນການຫັນປ່ຽນພະລັງງານຢ່າງແຮງ, ສົ່ງເສີມການພັດທະນາພະລັງງານທົດແທນ. ເປົ້າໝາຍດັ່ງກ່າວ ໄດ້ຊີ້ແຈ້ງໃນແຜນການພັດທະນາພະລັງງານໄຟຟ້າແຫ່ງຊາດ ໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2050 ໂດຍລັດຖະບານໄດ້ປະກາດຫວ່າງມໍ່ໆມານີ້.

        ໃນການໂອ້ລົມສົນທະນາ, ບັນດາຜູ້ແທນ ຖືວ່າ ໃນສະພາບການປະຕິບັດຍຸດທະສາດຫຼຸດຜ່ອນການປ່ອຍອາຍພິດກາກບອນ, ລະດົມແຫຼ່ງກຳລັງ, ປ່ຽນແປງໃໝ່ເຕັກໂນໂລຢີ ເພື່ອຜັນປ່ຽນພະລັງງານນັ້ນ, ຫວຽດນາມ ຕ້ອງສ້າງກອບນະໂຍບາຍ, ກົດໝາຍກ່ຽວກັບການພັດທະນາພະລັງງານໄຟຟ້າ, ພັດທະນາພະລັງງານທົດແທນ ໃຫ້ສົມບູນແບບ.


ຕອບກັບ

ຂ່າວ/ບົດ​ອື່ນ