ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
ພາບ:http://vneconomy.vn
|
(vovworld)- ສຳຫລວດກວດກາການປະຕິບັດແຜນນະໂຍບາຍ, ນະໂຍບາຍພັດທະນາເສດຖະກິດພາກກາງ ໃນໄລຍະຜ່ານມາ, ປຶກສາຫາລືການຮ່ວມສຳພັນ, ຍູ້ແຮງບົດບາດວິສາຫະກິດ, ເປີດກວ້າງການພົວພັນຮ່ວມມືເສດຖະກິດກັບບັນດາປະເທດໃນພາກພື້ນ, ຊຸກຍູ້ການພັດທະນາແບບຍືນຍົງຂອງພາກກາງໃນໄລຍະຈະມາເຖິງ. ນັ້ນແມ່ນບັນດາເນື້ອໃນຕົ້ນຕໍຂອງ “ເວທີປາໄສເສດຖະກິດພາກກາງ” ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 15/8 ຢູ່ນະຄອນ ດາຫນັງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ເປັນປະທານເວທີປາໄສ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີບັນດາຜູ້ແທນເຂົ້າຮ່ວມສຸມໃສ່ຊີ້ແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ.
“ຄວນໄຈ້ແຍກ, ເຮັດແຈ້ງບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ ຂອງເຂດ, ຂອງແຕ່ລະທ້ອງຖິ່ນ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການພັດທະນາເສດຖະກິດສັງຄົມ, ການພັດທະນາເສດຖະກິດທະເລ, ຈາກນັ້ນ ສຳເລັດການວາງແຜນຜັງທ້ອງຖິ່ນ ຕິດພັນກັບການວາງແຜນຜັງສັງລວມຂອງເຂດ. ”