ຊັບຊ້ອນ,ປ່ຽນໃໝ່ວິສາ ຫະກິດເພື່ອສ້າງພື້ນຖານ ເສດຖະກິດເປັນປົກກະຕິ
(ພາບ: VGP/Thành Chung)
(vovworld)– ຕອນເຊົ້າວັນທີ 27/12, ຢູ່ສຳນັກງານລັດຖະບານ, ຄະນະຊີ້ນຳປ່ຽນໃໝ່, ພັດທະນາວິສາຫະກິດໄດ້ຈັດກອງປະຊຸມກ່ຽວກັບສະພາບການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ໃນປີ 2014 ແລະ ຜັນຂະຫຍາຍໜ້າທີ່, ມາດຕະການປີ 2015. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຸ້ວັນນິງຮຽກຮ້ອງວ່າ: ໃນປີ 2015, ຕ້ອງສຸມໃສ່ການຫັນວິສາຫະກິດເປັນຫຸ່ນສ່ວນ, ສູ້ຊົນສຳເລັດແຜນການຊັບຊ້ອນ, ປ່ຽນໃໝ່ວິສາຫະກິດຮອດປີ 2015; ພ້ອມທັງສຳເລັດລະບົບນະໂຍບາຍເພື່ອແນໃສ່ຍົກສູງປະສິດທິຜົນການຄຸ້ມຄອງ, ຕິດຕາມກວດກາລັດວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີຫວຸ້ວັນນິງ ໃສ່ໃຈວ່າ: ໃນໄລຍະຈະມາເຖິງ, ລັດຖະບານຈະປະກາດໃຊ້ມະຕິຕົກລົງກ່ຽວກັບການຫັນບັນດາຫົວໜ່ວຍພາລະກິດຂອງລັດເປັນຫຸ້ນສ່ວນ, ສະນັ້ນ, ສະເໜີບັນດາກະຊວງ, ຂະແໜງການຕ້ອງກະກຽມແຜນການເພື່ອຜັນຂະຫຍາຍມະຕິຕົກລົງນີ້ຢ່າງມີປະສິດທິຜົນ./.