ພິທີໄຂ “ຊຸມວັນວັດທະນະທຳ ຫວຽດນາມ ຢູ່ ໄທ”
(ພາບ: VGP/ດີງນາມ)
(vovworld) - ພິທີໄຂ “ຊຸມວັນວັດທະນະທຳ ຫວຽດນາມ ຢູ່ ໄທ” ຖືກດຳເນີນໃນວັນທີ 10/08 ຢູ່ນະຄອນຫລວງ ບາງກອກ, ໄທ, ດ້ວຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລະ ທ່ານຮອງນາຍົກລັດຖະມົນຕີ ໄທ ທະນະສັກ ປະຕິມາປຣະກອນ. ນີ້ແມ່ນເຫດການ ໂດຍກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ ໄທ ຈັດຂຶ້ນ ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (06/08/1976 – 06/08/2016) ດ້ວຍການເຄື່ອນໄຫວວັດທະນະທຳຫລາຍຢ່າງ, ການສະແດງສິລະປະ, ວາງສະແດງ “ສີສັນ ຫວຽດນາມ” …ໃນນັ້ນ, ບັນດາລາຍການສິລະປະຂອງນັກສິລະປິນ ຫວຽດນາມ ໃນລາຍການສະແດງ “ຄວາມງາມ ຫວຽດນາມ” ທີ່ພິທີໄຂ ແມ່ນກາລະໂອກາດເພື່ອໃຫ້ຜູ້ຊົມ ໄທ ແລະ ເພື່ອນມິດສາກົນພວມດຳລົງຊີວິດ, ເຮັດວຽກຢູ່ ໄທ ເຂົ້າໃຈກ່ຽວກັບປະເທດຊາດ, ມະນຸດ, ວັດທະນະທຳ ຫວຽດນາມ ຢ່າງເລິກເຊິ່ງກ່ວາອີກ. ງານວາງສະແດງວັດທະນະທຳ “ສີສັນ ຫວຽດນາມ” ກໍ່ແນະນຳບັນດາຮູບພາບທີ່ອຸດົມສົມບຸນກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ, ຊ່ວຍໃຫ້ຜູ້ຊົມເຂົ້າໃຈຕື່ມ ແລະ ຮັກຄວາມງາມ ແລະ ຊີວິດການເປັນຢູ່ຂອງຊາວ ຫວຽດນາມ ໃນທົ່ວປະເທດ ຫວຽດນາມ ຕື່ມອີກ.
“ຊຸມວັນວັດທະນະທຳ ຫວຽດນາມ ຢູ່ ໄທ” ບໍ່ພຽງແຕ່ສ້າງໂອກາດເພີ່ມທະວີການພົບປະແລກປ່ຽນວັດທະນະທຳ, ສິລະປະລະຫວ່າງ 2 ປະເທດເທົ່ານັ້ນ ຫາກຍັງສ້າງຂີດໝາຍບາດກ້າວໃໝ່ໃນການຮ່ວມມືລະຫວ່າງ 2 ປະເທດຕື່ມອີກ ດ້ວຍຫລາຍໂຄງການ, ແຜນການລວມຂອງປະຊາຄົມ ອາຊຽນ ໄດ້ຮັບການຜັນຂະຫຍາຍ.