(VOVWORLD) - ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງທີ່ມອບໝາຍໃຫ້ສູນຈັດຕັ້ງສາຍການສະແດງສິລະປະ - ກົມສິລະປະການສະແດງຕ້ອນຮັບກອງສິລະປະກອນ ອູເບກິດສະຖານ (ລວມມີ 33 ຄົນ)
ມາເຄື່ອນໄຫວຢູ່ ຫວຽດນາມ ແລະ ຈັດຕັ້ງບັນດາລາຍການສະແດງສິລະປະໃນຂອບເຂດ “ຊຸມວັນວັດທະນະທຳ ອູເບກິດສະຖານ ຢູ່ ຫວຽດນາມ 2018”, ໃນລະຫວ່າງວັນທີ 17 – 22 ເມສາ 2018.
ທີ່ນະຄອນຫລວງ ຮ່າໂນ້ຍ, ກອງສິລະປະກອນ ອູເບກິດສະຖານ ຈະສະແດງໃນເວລາ 20 ໂມງ 00 ຂອງວັນທີ 19 ເມສາ 2018 ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ. ສ່ວນຢູ່ນະຄອນ ແທງຮ໋ວາ, ກອງສິລະປະກອນ ອູຢາເບກິດສະຖານ ຈະສະແດງໃນເວລາ 20 ໂມງ 00 ຂອງວັນທີ 20 ເມສາ 2018 ຢູ່ໂຮງລະຄອນ ລາມເຊີນ.