ຊຸມວັນວັນນະຄະດີເອີລົບຄັ້ງທີ4
ພາບປະກອບ
(vovworld) – ໃນຂອບເຂດ “ຊຸມວັນເອີລົບ 2014”, ເຫດການ “ຊຸມວັນວັນນະຄະດີ ເອີລົບ ຄັ້ງທີ 4” ຈະຖືກຈັດຕັ້ງຢູ່ ຮ່າໂນ້ຍແຕ່ວັນທີ 22 – 26/5. ລາຍການໂດຍສະຫະສະມາຄົມບັນດາສະຖາບັນວັດທະນະທຳ ແລະ ສະຖານທູດ ເອີລົບ (EUNIC) ຈັດຕັ້ງ. ຫົວຂໍ້ຈຸດສຸມຂອງ “ຊຸມວັນວັນນະຄະດີ ເອີລົບ ຄັ້ງທີ 4” ຢູ່ ຮ່າໂນ້ຍ ແມ່ນການພົບປະແລກປ່ຽນ, ໂອ້ລົມສົນທະນາກ່ຽວກັບບັນດາບົດປະພັນໂດຍແມ່ຍິງຂຽນ ແລະ ຂຽນກ່ຽວກັບແມ່ຍິງ. ນັ້ນແມ່ນນັກປະພັນຍິງ ເຢຍລະມັນ ທ່ານນາງ Katharina Hagena ດ້ວຍບົດນະວະນິຍາຍ “ລົດຊາດແກ່ນໝາກທັນ” ເຊິ່ງໄດ້ຂຽນກ່ຽວກັບແມ່ຍິງ 3 ລຸ້ນຄົນໃນຄອບຄົວດຽວກັນ, “ໂຮງຮຽນໃຫ້ແກ່ຜູ້ເປັນເມຍ” ຂອງນັກປະພັນ ໂປໂລຍ Magdalena Witkiewicz ທີ່ເຄີຍໄດ້ຮັບການແນະນຳຢູ່ ຫວຽດນາມ ກໍ່ມີໜ້າໃນໂອກາດນີ້. ນອກຈາກນັ້ນຍັງມີເລື່ອງລາວກ່ຽວກັບຄວາມຮັກແບບເພີດເພີນຂອງນັກປະພັນຍິງ ຊາວ ຊູແອດ Katarina Mazetti.... ລາຍການຍັງມີການເຂົ້າຮ່ວມຂອງນັກຄົ້ນຄ້ວາ ເລຮົ່ງເຊີມ, ນັກປະພັນວັນນະຄະດີ ໄມຮົ່ງ....