“ຊຸມວັນວັນນະຄະດີເອີລົບ2015”-ຂົວເຊື່ອມຕໍ່ລະຫວ່າງຫວຽດນາມແລະເອີລົບ

“ຊຸມວັນວັນນະຄະດີເອີລົບ2015”-ຂົວເຊື່ອມຕໍ່ລະຫວ່າງຫວຽດນາມແລະເອີລົບ - ảnh 1
(ພາບ: ສະ​ຖານ​ບັນ Goethe ຮ່າ​ໂນ້ຍ)

(​vovworld) – “ຊຸມ​ວັນ​ວັ​ນ​ນະ​ຄະ​ດີ​ເອີ​ລົບ ປີ 2015” ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 7/5 ຢູ່​ສະ​ຖານ​ບັນ Goethe ຮ່າ​ໂນ້ຍ ແຕ່​ວັນ​ທີ 7 – 10/5/2015. ໂຄງ​ການ​ໂດຍ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ສະ​ຖາ​ບັນ​ວັດ​ທ​ະ​ນະ​ທຳ ແລະ ສະ​ຖານ​ທູດ ເອີ​ລົບ (EUNIC) ຈັດ​ຕັ້ງ, ລວມ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ອ່ານ ແລະ ແນະ​ນຳ​ປື້ມ, ສາຍ​ຟິມ​ເລື່ອງ​ສັ້ນ, ສະ​ແດງ​ດົນ​ຕີ​ປະ​ສານ​ສຽງ…

        “ຊຸມ​ວັນ​ວັ​ນ​ນະ​ຄະ​ດີ​ເອີ​ລົບ ປີ 2015” ຢູ່ ຮ່າ​ໂນ້ຍ ດ້ວຍ​ຄວາມ​ຫວັງ​ຢາກ​ນ​ຳ​​ວັດ​ທະ​ນະ​ທຳ ເອີ​ລົບ ​ມາ​ໃຫ້ຜູ້​ອ່ານ ຫວຽດ​ນາມ. ທ່ານ​ນາງ Almuth Meyer Zollitsch - ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ Goethe ຮ່າ​ໂນ້ຍ ຫວັງ​ວ່າ: ບັນ​ດາ​ຜະ​ລິດ​ຕະ​ພັນ​ໂດ່ງ​ດັ່ງ​ຂອງ ເອີ​ລົບ ໄດ້​ລົບ​ລ້າງ​ຮົ້ວ​ກີດ​ຂວາງ​ກ່ຽວ​ກັບ​ດ້ານ​ພາ​ສາ ແລະ ວັດ​ທະ​ນະ​ທຳ, ເຮັດ​ໃຫ້ຜູ້​ອ່ານ ຫວຽດ​ນາມ ແລະ ເອ​ີ​ລົບ ຫຍັບ​ມໍ່​​ໃກ້​ກັນ​ກ່​ວາ, ມຸ່ງ​ໄປ​ເຖິງ​ການ​ພົວ​ພັນ​ສະ​ໜິດ​ແໜ້ນ​ກ່​ວາ. ຊຸມ​ວັນ​ວັນ​ນະ​ຄະ​ດີ ເອີ​ລົບ ແມ່ນ​ຂົວ​ເຊື່ອມ​ຕໍ່​ວັດ​ທ​ະ​ນະ​ທຳ​ສຳ​ຄັນ​ເພື່ອ​ໃຫ້ 2 ປະ​ເທດ​ບັນ​ລຸ​ໄດ້​ສິ່ງ​ດັ່ງ​ກ່​າວ.


ຂ່າວ/ບົດ​ອື່ນ