ຊີຣີຖະແຫຼງບໍ່ນຳໃຊ້ອາວຸດເຄມີ
ທ່ານລັດຖະມົນຕີການຕ່າງປະເທດຊີຣີ Walid Muallem
(ພາບ: AFP/TTXVN)
(vovworld) - ບັນດາກຳລັງປະກອບອາວຸດຊີຣີ ບໍ່ທັນນຳໃຊ້ ແລະ ຈະບໍ່ນຳໃຊ້ອາວຸດເຄມີໃນບັນດາເຫດບຸກໂຈມຕີ. ນີ້ແມ່ນຄຳຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດຊີຣີ Walid Muallem ຕໍ່ໜ້າບັນດາຂໍ້ມູນຂ່າວທີ່ກ່າວຫາລັດຖະບານຊີຣີ ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີ ທີ່ສົງໄສວ່າ ໄດ້ນຳໃຊ້ອາວຸດເຄມີ ໃນວັນທີ 04/04 ຢູ່ທິດຕາເວັນຕົກສ່ຽງເໜືອ ຂອງປະເທດນີ້, ເຮັດໃຫ້ຢ່າງໜ້ອຍສຸດມີ 86 ຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍຫຼາຍຄົນ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫຼວງ Damascus ຂອງຊີຣີ, ທ່ານລັດຖະມົນຕີການຕ່າງປະເທດ Walid Muallem ຢືນຢັນວ່າ, ກອງທັບຊີຣີ ບໍ່ທັນນຳໃຊ້ ແລະ ກໍ່ຈະບໍ່ນຳໃຊ້ປະເພດນີ້ໃນບັນດາເຫດບຸກໂຈມຕີຢ່າງແນ່ນອນ, ຊ້ຳບໍ່ໜຳແມ່ນບຸກໂຈມຕີໃສ່ບັນດາເປົ້າໝາຍກໍ່ການຮ້າຍ, ຫາກຢ່າເວົ້າວ່າບຸກໂຈມຕີໃສ່ສາມັນຊົນ. ທ່ານກໍ່ໃຫ້ຮູ້ວ່າ, ເຫດບຸກໂຈມຕີທາງອາກາດຄັ້ງທຳອິດຂອງກອງທັບຊີຣີ ໄດ້ຮັບການປະຕິບັດໃນວັນທີ 04/04 ດ້ວຍຈຸດໝາຍແມ່ນສາງອາວຸດທີ່ບັນລຸອາວຸດເຄມີຂອງອົງການ Al Nusra Front. ແລະກໍ່ຕາມທ່ານແລ້ວ, ບັນດາອົງການ Al Nusra Front, ລັດອິດສະລາມ (IS) ອ້າງຊື່ເອງ ພ້ອມກັບບາງອົງການຈັດຕັ້ງອື່ນຈະສືບຕໍ່ເກັບຮັກສາອາວຸດເຄມີຢູ່ບັນດາເຂດຕົວເມືອງ ແລະ ເຂດຊຸມຊົນຢູ່ປະເທດນີ້.