ຊີຣີ; ການໃຊ້ຄວາມຮຸນແຮງສືບຕໍ່ ເກີດຂຶ້ນກ່ອນການເລືອກຕັ້ງສະພາແຫ່ງຊາດ

ຊີຣີ; ການໃຊ້ຄວາມຮຸນແຮງສືບຕໍ່ ເກີດຂຶ້ນກ່ອນການເລືອກຕັ້ງສະພາແຫ່ງຊາດ - ảnh 1
( ພາບປະກອບ )

( vovworld ) –   ​ໃນ​ສະພາບ​ການທີ່​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊີຣີ ຈະ​ດຳ​ເນີນ​​ໄປໃນ​ວັນ​ທີ 7/5 ​ແລະ ກຳລັງ​ນັກ​ສັງ​ເກດ​ການຂອງ​ສະຫະ​ປະຊາ​ຊາດ​ພວມ​ເພີ່ມ​ທະວີ​ການ​ມີໜ້າ​ຢູ່​ປະ​ເທດ​ນີ້, ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ຊີຣີ​ ໃນວັນ​ທີ 5/5 ດ້ວຍ​ການວາງ​ລະ​ເບີດ ​ແລະ ຍິງ​ປືນຫຼາຍ​ຄັ້ງ,​​ ເຮັດ​ໃຫ້​ຢ່າງ​ໜ້ວຍສຸດ​ມີ 15 ຄົນ​​ເສຍ​ຊີວິດ. ມີ​ບາງ​ເຫດວາງ​ລະ​ເບີດ​​ໄດ້​ເກີດ​ຂຶ້ນຢູ່​ນະຄອນຫຼວງ Damascus,​​ໃນ​ຂະນະ​ນັ້ນ ເຫດລະ​ເບີດ​ຢູ່​​ເຂດ Tal Zarazir ຊານ​ນະຄອນ Aleppo ​​ໄດ້​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ. ​ແລະ​ກໍ​ໃນ​ວັນ​ທີ 5/5, ກອງທັບ​ຊີຣີ ​ໄດ້​ໃສ່​ແກັດ​ນ້ຳຕາ​ເພື່ອ​ຍຸບ​ເລີກພິທີ​ງານ​ສົບ​ເຊິ່ງມີ​ປະຊາຊົນ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມຢູ່​ລະຄອນ​ຫຼວງ Damascus, ​​​ບ່ອນໃກ້​ກັບ​ຫ້ອງ​ວ່າການ​ນາ​ຍົກ​ລັດ​ຖະມົນຕີ. ​ໃນ​ຂະນະ​ນັ້ນ, ຢູ່​ເທດ​ສະບາ​ນ​ເມືອງ Douma ​​​ໃກ້​ກັບນະຄອນຫຼວງ Damascus, ກອງທັບ​ຊີຣີ ຍັງ​ບໍ່​ທັນ​ຖອນ​ລົດ​ຕັງ ​ແລະ ກຳລັງ​ທະຫານອອກ​ຈາກ​ເຂດ​ນີ້​ຕາມ​ແຜນການ​ສັນຕິພາບ 6 ຂໍ້ຂອງ​ທູດ​ພິ​ເສດສະຫະ​ປະຊາ​ຊາດ - ສະຫະພັນ​ອາຣັບ ທ່ານ Kofi Ananan.

ຂ່າວ/ບົດ​ອື່ນ