(vovworld) – ວັນທີ 20/3, ທ່ານ Bashar Ja afari, ເອກອັກຄະລັດຖະທູດ ຊີຣີ ປະຈຳ ສະຫະປະຊາຊາດ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ສະເໜີໃຫ້ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki – moon ເປີດການສືບສວນເອກະລາດຕໍ່ການບຸກໂຈມຕີຂອງບັນດາກຸ່ມກໍ່ການຮ້າຍທີ່ສົງໄສວ່າໄດ້ນຳໃຊ້ອາວຸດເຄມີ ຢູ່ໃກ້ກັບນະຄອນ Aleppo, ທາງພາກເໜືອ ຊີຣີ. ທ່ານ Ja afari ຊີ້ແຈ້ງວ່າ: ລັດຖະບານ ຊີຣີ ໄດ້ສະເໜີໃຫ້ເລຂາທິການໃຫຍ່ສະຫະປະຊາຊາດ ສ້າງຕັ້ງກຸ່ມນັກສະເພາະກິດ, ເຄື່ອນໄຫວເອກະລາດ ແລະ ມີລັກສະນະເປັນຄົນກາງ ເພື່ອແນໃສ່ສືບສວນເລື່ອງບັນດາກຸ່ມກໍ່ການຮ້າຍຢູ່ ຊີຣີ ນຳໃຊ້ອາວຸດເຄມີຕ້ານສາມັນຊົນ ຊີຣີ ເມື່ອວັນທີ 19/3. ປະຈຸບັນ, ລັດຖະບານຊີຣີ ແລະ ບັນດາທະຫານແຕກທັບພວມກ່າວຫາກັນ ທີ່ກໍ່ໃຫ້ເກີດການບຸກໂຈມຕີທີ່ນອງເລືອດດ້ວຍອາວຸດ ເຄມີ ນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ອາເມລິກາ ແລະ ເອີລົບ ຖືວ່າ: ບໍ່ມີພະຍານຫຼັກຖານໃດສະແດງໃຫ້ເຫັນວ່າມີອາວຸດ ເຄມີ ໃນການບຸກໂຈມຕີດັ່ງກ່າວ. ຖ້າຫາກໄດ້ກຳນົດວ່າມີການໃຊ້ອາວຸດເຄມີ, ນີ້ຈະເປັນຄັ້ງທຳອິດທີ່ອາວຸດເຄມີ ໄດ້ນຳໃຊ້ໃນການປະທະກັນເຊິ່ງແກ່ຍາວໃນເວລາ 2 ປີຜ່ານມາຢູ່ປະເທດ ຕາເວັນອອກກາງນີ້.