(ພາບປະກອບ)
(vovworld) - ວັນທີ 26/04, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວຊີຣີ Omran al Zoubi ໃຫ້ຮູ້ວ່າ ອຳນາດການປົກຄອງ Damascus ໄດ້ເຫັນດີໃຫ້ບັນດາຜູ້ຊ່ຽວຊານລັດເຊຍ ດຳເນີນການສືບສວນ ແລະ ຢັ້ງຢືນເລື່ອງນຳໃຊ້ອາວຸດເຄມີຢູ່ປະເທດນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ມົດສກູ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວຊີຣີ ໃຫ້ຮູ້ວ່າ ລັດຖະບານຊີຣີ ຮຽກຮ້ອງໃຫ້ກວດຢັ້ງຢືນຢູ່ກັບທີ່ກ່ຽວກັບເລື່ອງບັນດາກຸ່ມກໍການຮ້າຍ, ໃນນັ້ນມີ al Qaeda, ໄດ້ນຳໃຊ້ອາວຸດເຄມີໃນການບຸກໂຈມຕີຢູ່ເຂດ Khan al Asal, ມໍ່ກັບນະຄອນ Aleppo ເຊິ່ງເຮັດໃຫ້ 14 ຄົນເສຍຊີວິດ ແລະ 50 ຄົນຖືກບາດເຈັບ. ທ່ານໃຫ້ຮູ້ວ່າ ອາວຸດເຄມີອາດນຳເຂົ້າຊີຣີ ອາດມາຈາກຕວກກີ, ພ້ອມທັງຢືນຢັນວ່າ ກອງທັບຊີຣີ ບໍ່ນຳໃຊ້ອາວຸດເຄມີ ຫຼື ບໍ່ວ່າອາວຸດໃດໆທີ່ມີລັກສະນະລ້າງຜານຄືຄຳກ່າວຫາຂອງອາເມລິກາ.