(vovworld) – ວັນທີ 31/8, ພາຍຫຼັງກຸ່ມນັກກວດກາຂອງສະຫະປະຊາຊາດສິ້ນສຸດການສືບສວນກໍລະນີກ່າວຫາບຸກໂຈມຕີດ້ວຍອາວຸດເຄມີຢູ່ໃກ້ກັບນະຄອນຫຼວງ Damascus ຂອງ ຊີຣີ ພຽງ 2, 3 ຊົ່ວໂມງ, ມີເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຜູ້ໜຶ່ງທີ່ບໍ່ເຜີຍຊື່ຂອງປະເທດນີ້ຖະແຫຼງວ່າ ຊີຣີ “ກຽມພ້ອມ” ໂຕ້ຕອບການບຸກໂຈມຕີດ້ານການທະຫານ “ໃນບໍ່ວ່າເວລາໃດໆ”. ເລື່ອງບັນດານັກກວດກາສະຫະປະຊາຊາດເດີນທາງອອກຈາກ ຊີຣີ ໄດ້ຮັບຖືວ່າແມ່ນການເປິດຊ່ອງທາງໃຫ້ແກ່ການບຸກໂຈມຕີຂອງ ອາເມລິກາ ພາຍຫຼັງທີ່ປະທານາທິບໍດີ Barack Obama ຢັ້ງຢືນໃນວັນທີ 30/8 ວ່າຈະດຳເນີນການກະທຳແຊກແຊງດ້ານການທະຫານໃນໃກ້ໆນີ້. ເຖິງວ່າ, ກຸ່ມນັກກວດກາສະຫະປະຊາຊາດບໍ່ທັນມີຂໍ້ສະຫລຸບກ່ຽວກັບການສືບສວນຢູ່ ຊີຣີ ກໍ່ຕາມ, ແຕ່ຜູ້ນຳໜ້າຂະແໜງການທູດ ອາເມລິກາ ພັດຢັ້ງຢືນວ່າ: ວໍຊິງຕັນ ໄດ້ມີໝາກຜົນສືບສວນຕົວຈິງຂອງກຸ່ມນັກກວດກາແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ສຳນັກຂ່າວສານແຫ່ງຊາດ Sana ຂອງ ຊີຣີ ໄດ້ປະຕິເສດຖະແຫຼງການຂອງລັດຖະມົນຕີການຕ່າງວປະເທດ ອາເມລິກາ Kerry ແມ່ນ “ບໍ່ຖືກຕ້ອງ”, ພ້ອມທັງຢັ້ງຢືນກຳລັງຝ່າຍຄ້ານໄດ້ດຳເນີນການບຸກໂຈມຕີດ້ວຍອາວຸດເຄມີນີ້.
ແລະກໍ່ໃນວັນທີ 31/8, ທ່ານປະທານທິບໍດີ ລັດເຊຍ Vladimir Putin ໄດ້ປະຕິເສດບັນດາຄຳກ່າວຫາຂອງສືບລາຊະການລັບ ອາເມລິກາ ຖືວ່າ: ລັດຖະບານ ຊີຣີ ໄດ້ນຳໃຊ້ອາວຸດເຄມີ, ຖືວ່ານັ້ນແມ່ນຖະແຫຼງການທີ່ “ໄຮ້ເຫດຜົນ” ແລະ ຮຽກຮ້ອງໃຫ້ ວໍຊິງຕັນ ຍົກອອກພະຍານຫຼັກຖານ.