ພາບປະກອບ:internet
|
(vovworld)- ສູນກາງສະພາກາແດງຫວຽດນາມ ໃຫ້ຮູ້ວ່າ: ຂະບວນການ“ບຸນປີໃຫມ່ປະຈຳຊາດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/dioxin” ປີມະເມຍ 2014 ໄດ້ຮັບການຕອບສະຫນອງ ແລະ ເຂົ້າຮ່ວມເປັນຈຳນວນຫລວງຫລາຍຈາກ ພະນັກງານ, ຊາວຫນຸ່ມເຍົາວະຊົນ, ຜູ້ອາສາສະໝັກສະພາກາແດງ. ສະພາກາແດງ ໄດ້ຂົນຂວາຍຊ່ວຍເຫລືອຄອບຄົວທຸກຍາກ 1,7 ລ້ານຄອບຄົວ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດ້ວຍຍອດຈຳນວນເງິນ 635 ຕື້ດົ່ງ. ການເຄື່ອນໄຫວດັ່ງກ່າວໄດ້ສ້າງເປັນຂະບວນການອຸ້ມຊຸ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເບີ່ງແຍງໃຫ້ແກ່ຜູ້ທຸກຍາກ ຢ່າງກວ້າງຂວາງ.