ຊອກຫາກາລະໂອກາດ ຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ໃນຂົງເຂດປ້ອງກັນຊາດ

ຊອກຫາກາລະໂອກາດ ຮ່ວມມືລະຫວ່າງ ຫວຽດນາມ - ຝລັ່ງ ໃນຂົງເຂດປ້ອງກັນຊາດ - ảnh 1
(ການ​ພົບ​ປະລະຫວ່າງ​ບັນດາ​ວິ​ສາ​ຫະ​ກິດ​ຫວຽດນາມ - ຝລັ່ງ)

(vovworld) - ຊອກ​ຫາ​ກາລະ​ໂອກາດຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ເສດຖະກິດ​ປ້ອງ​ກັນຊາ​ດຫວຽດນາມ ​ແລະ ຝລັ່ງ ​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະລະຫວ່າງ​ບັນດາ​ວິ​ສາ​ຫະ​ກິດ​ຫວຽດນາມ - ຝລັ່ງ ​ໂດ​ຍທູດ​ການ​ຄ້າ​ຫວຽດນາມ ປະຈຳ​ຝລັ່ງ, ສົມທົບ​ກັບ​ສຳນັກງານ​ອຳນາດ​ການ​ປົກຄອງນະຄອນ Neuilly Sur Seine ຈັດ​ຕັ້ງ​ເມື່ອ​ວັນ​ທີ່ 22/05. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ​ເຈົ້າ​ຄອງ​ນະຄອນ Neuilly Sur Seine ​ແລະ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝລັ່ງ ​ເຢືອງຈິ໋ຢຸງ ລ້ວນ​ແຕ່​ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ພັດທະນາ​ຢ່າງ​ແຮງ ​ແລະ ມີ​ບັນດາ​ກາລະໂອກາດ​ທີ່​ໃຫຍ່​ຫຼວງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ປ້ອງ​ກັນຊາ​ດ. ກ່ຽວ​ກັບ​​ຈຸດປະສົງ​ຂອງ​ການ​​ໄປ​ປະຕິບັດ​ງານ​ຢູ່ ສ.ຝລັ່ງ, ພົນ​ຈັດຕະວາ ​ເຈີ​ນຈູງ​ຕິ໋ນ, ຫົວ​ໜ້າ​ກົມ​ເສດຖະກິດ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ​ຜູ້ນຳ​ໜ້າຄະນະ​ຜູ້​ແທນ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ນີ້​​​ເປັນ​ຄັ້ງ​ທຳ​ອິດ​ທີ່​ບັນດາ​ວິ​ສາ​ຫະກິດ​ກອງທັບ​ຫວຽດນາມ ​ໄປ​ຍັງ​ຕະຫຼາດ​ຝລັ່ງ ​ແລະ ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ນອນ​ໃນ​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ. ​ຈຸດປະສົງຂອງ​ການ​ຢ້ຽມຢາມ​ນີ້​ແມ່ນ​ເປີດ​ກວ້າງ​ຕະຫຼາດ, ຊອກ​ຫາ​ບັນດາ​ຄູ່​ຮ່ວມມືທີ່​ມີ​ຄວາມ​ສາມາດບົມຊ້ອນ​ໃຫ້​ແກ່​ບັນດາວິ​ສາ​ຫະກິດ​ຂອງ​ຫວຽ​ດນາມ. ຂ້າພະ​ເຈົ້າ​ຄິດ​ວ່າ ບັນດາ​ວິ​ສາ​ຫະກິດ​ຝລັ່ງ ມີ​ຄວາມ​ສົນ​ໃຈ​ເຖິງ​ບັນດາ​ວິ​ສາ​ຫະກິດ​ເສດຖະກິດ​ປ້ອງ​ກັນຊາ​ດຫວຽດນາມ​ທີ່​ສຸດ”.

ຂ່າວ/ບົດ​ອື່ນ