(vovworld) – ວັນທີ 04/01, ກຳລັງປະຕິບັດໜ້າທີ່ອິນໂດເນເຊຍ ຊອກຫາຊາກສົບຜູ້ປະສົບເຄາະຮ້າຍ, ໃນເຫດເຮືອບິນໝາຍເລກ QZ 8501 ຂອງບໍລິສັດການບິນ AirAsia ຕົກເມື່ອວັນທີ 28/12/2014 ໄດ້ຕື່ມອີກ 3 ຄົນ. ສະນັ້ນ, ຈຳນວນຊາກສົບທີ່ຊອກຫາໄດ້ແມ່ນ 34 ຄົນ ໃນຈຳນວນຜູ້ໂດຍສານ 162 ຄົນໃນຖ້ຽວບິນດັ່ງກ່າວ. ເຮືອບິນ Airbus A320 – 200, ໝາຍເລກ QZ 8501 ຂອງບໍລິສັດການບິນ AirAsia ຂົນສົ່ງຜູ້ໂດຍສານ ແລະ ຈຸບິນ 162 ຄົນຖືກຕົກລົງທະເລ Java ຂອງອິນໂດເນເຊຍ, ໃນຂະນະທີ່ພວມບິນຈາກ Surabaya ເຖິງ ສິງກະໂປ ໃນຕອນເຊົ້າວັນທີ 28/12.