ຊອກເຫັນຫີບດຳຂອງເຮືອບິນຕົກຢູ່ກູບາ

(VOVWORLD) -ກ່າວຄຳເຫັນທີ່ການປະຊຸມຂ່າວຊື່ງຖືກຈັດຂຶ້ນໃນຕອນບ່າຍວັນທີ 19 ພຶດສະພາ ຢູ່ ກູບາ, ຜູ້ຕາງຫນ້າບັນດາກະຊວງສາທາລະນະສຸກ ແລະ ຄົມມະນາຄົມຂົນສົ່ງ ກູບາ ໃຫ້ຮູ້ວ່າ: ໃນຈຳນວນ 110 ຄົນຖືກເສຍຊີວິດຈາກອຸປະຕິເຫດເຮືອບິນຕົກໃນວັນທີ 18 ພຶດສະພາ, ມີແມ່ຍິງ 55 ຄົນ, ຜູ້ຊາຍ 55 ຄົນ, ໃນນັ້ນ ມີ 2 ຄົນແມ່ນຖືສັນຊາດ ອັກຊັງຕີນ, ແມ່ຍິງຜູ້ຫນຶ່ງຖືສັນຊາດ ເມຊີໂກ ແລະ ຈຸບິນ ລວມມີ 6 ຄົນ ຖືສັນຊາດ ເມຊີໂກ.

ຊອກເຫັນຫີບດຳຂອງເຮືອບິນຕົກຢູ່ກູບາ - ảnh 1 ຍາດຕິພີ່ນ້ອງຜູ້ປະສົບເຄາະຮ້າຍ

ພາບ:REUTERS

ປະຈຸບັນ ອົງການທີ່ມີຫນ້າທີ່ຮັບຜິດຊອບຂອງກູບາ ຊອກເຫັນຫີບດຳຂອງເຮືອບິນແລ້ວ. ກ່ຽວກັບດ້ານເຕັກນິກຂອງເຮືອບິນ Boeing 737 ຕົກນັ້ນ, ທ່ານ Abdel Izquiero Rodriguez ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ກູບາ ໃຫ້ຮູ້ວ່າ: ເຮືອບິນລຳນີ້ ກູບາ ຮັບບໍ່ທັນຮອດເດືອນຫນຶ່ງ ແລະ ໄດ້ຮັບຫນັງສືຢັ້ງຢືນຢ່າງຄົບຖ້ວນກ່ຽວກັບເງື່ອນໄຂເຄື່ອນໄຫວໂດຍບັນດານັກສັງເກດການດ້ານເຕັກນິກສາກົນ ແລະ ກູບາ ມອບໃຫ້. ປະຈຸບັນ ກູບາ ໄດ້ອະນຸຍາດໃຫ້ບັນດາເຈົ້າຫນ້າທີ່ ແລະ ຜູ້ຊ່ຽວຊານ ອາເມລິກາ ເຂົ້າຮ່ວມການສືບສວນສອບສວນ.

ໂດຍໄດ້ຮັບຂ່າວວ່າ ເຮືອບິນ ຂອງບໍລິສັດການບິນ ກູບາ ຖືກອຸປະຕິເຫດ, ວັນທີ 19 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານເລຂາທີຫນຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ Raul Castro Ruz. ທ່ານປະທານປະເທດເຈີນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານສະພາແຫ່ງລັດ  ແລະ ສະພາລັດຖະມົນຕີ ກູບາ Miguel Mario Canel Bermudes, ທ່ານນາງ ປະທານ ສະພາແຫ່ງຊາດ ຫງວຽນທິກີມເງິນ ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານສະພາແຫ່ງຊາດກູບາ Esteban Lazo.

ຕອບກັບ

ຂ່າວ/ບົດ​ອື່ນ