(vovworld) – ວັນທີ 13/01, ວົງການເຈົ້າໜ້າທີ່ອິນໂດເນເຊຍ ຖະແຫຼງວ່າ ໄດ້ຊອກເຫັນກັບດຳທີ 2 ບັນທຶກສຽງໃນຫ້ອງຂັບຍົນຂອງບໍລິສັດການບິນ AirAsia ທີ່ຖືກຕົກລົງທະເລ Java ເມື່ອວັນທີ 28/12 ຜ່ານມາ. ກັບດຳດັ່ງກ່າວ ພວມຢູ່ໃນກໍ່າປັນ Banda Aceh ຂອງກອງທັບເຮືອອິນໂດເນເຊຍ ແລະ ຄາດວ່າຈະໄດ້ສົ່ງເຖິງນະຄອນຫຼວງ ຈາກາກຕາ ເພື່ອດຳເນີນການໄຈ້ແຍກ ແນໃສ່ຊອກຫາເຫດຜົນເຮືອບິນຕົກ. ຊ່ອງໂທລະພາບ Metro TV ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ຂະແໜງຄົມມະນາຄົມອິນໂດເນເຊຍ ໃຫ້ຮູ້ວ່າ ກັບດຳທີ 2 ໄດ້ຊອກເຫັນຫ່າງຈາກກັບດຳທີ 1 ປະມານ 20ມ. ຄາດວ່າ, ບັນດານັກສືບສວນຈະຕ້ອງໃຊ້ເວລາປະມານ 1 ເດືອນເພື່ອເກັບກຳຂໍ້ມູນທັງໝົດໃນກັບດຳ.
ປະຈຸບັນ, ບັ້ນຊອກຫາກູ້ໄພກູ້ຊີບ ພວມດຳເນີນໄປຢ່າງຕັ້ງໜ້າ ດ້ວຍການເຂົ້າຮ່ວມຂອງກໍ່າປັນ ແລະ ເຮືອບິນຂອງຫຼາຍປະເທດ, ໃນນັ້ນມີອິນໂດເນເຊຍ, ອາເມລິກາ, ອົດສຕາລີ, ສິງກະໂປ, ມາເລເຊຍ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ຈີນ.