(VOVWORLD) - ຊະອຸດີ ອາຣາເບຍ ຈະບໍ່ສ້າງຕັ້ງການພົວພັນທາງການທູດກັບ ອິດສະຣາແອັນ, ຍົກເວັ້ນໄດ້ສ້າງຕັ້ງລັດ ປາແລັດສະຕິນ ເອກະລາດໄດ້ຮັບການຮັບຮອງເອົາ ກັບເສັ້ນຊາຍແດນປີ 1976
(ພາບປະກອບ: AFP/TTXVN)
|
ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 07 ກຸມພາ, ກະຊວງການຕ່າງປະເທດ ຊະອຸດີ ອາຣາເບຍ ໃຫ້ຮູ້ວ່າ, ປະເທດນີ້ສະແດງຫຼັກໝັ້ນຢ່າງຈະແຈ້ງກັບ ອາເມລິກາ ວ່າ ຊະອຸດີ ອາຣາເບຍ ຈະບໍ່ສ້າງຕັ້ງການພົວພັນທາງການທູດກັບ ອິດສະຣາແອັນ, ຍົກເວັ້ນໄດ້ສ້າງຕັ້ງລັດ ປາແລັດສະຕິນ ເອກະລາດໄດ້ຮັບການຮັບຮອງເອົາ ກັບເສັ້ນຊາຍແດນປີ 1976 ແລະ ການກະທຳຂອງ ອິດສະຣາແອັນ ຢູ່ເຂດ ກາຊາ ຕ້ອງຢຸດຕິລົງ.
ຄຳຖະແຫຼງໄດ້ຍົກອອກມາພາຍຫຼັງເວລາ 1 ວັນ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ John Kirby ໃຫ້ຮູ້ວ່າ ໄດ້ຮັບການກະທົບຕອບຢ່າງຕັ້ງໜ້າຕໍ່ເລື່ອງ ຊະອຸດີ ອາຣາເບຍ ແລະ ອິດສະຣາແອັນ ພ້ອມແລ້ວຈະສືບຕໍ່ປຶກສາຫາລືກ່ຽວກັບການຫັນການພົວພັນເປັນປົກກະຕິ.