ຊາວຄິດຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັ້ນຮັກຊາດ

ຊາວຄິດຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັ້ນຮັກຊາດ - ảnh 1
(ພາບປະກອບ)

(vovworld) -     ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ບັນດາຊາວ​ຄິດນະຄອນຫຼວງ ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 27 – 28/11 ​ເພື່ອ​ສື​ບຕໍ່​ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງ​ຂັ້ນ​ຮັກ​ຊາດ​ໃນ​ວົງ​ການ​ຊາວ​ຄິດນະຄອນຫຼວງ, ຂົນຂວາຍຊາວ​ຄິດ​ເຂົ້າ​ຮ່ວມ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ປະຕິບັດ​ແບບ​ແຜນດຳລົງ​ຊີວິດສີວິ​ໄລ, ຕອບ​ບຸນ​ແທນ​ຄຸນ​ຢ່າງ​ຕັ້ງ​ໜ້າ. ທ່ານ Pham Huy Thong, ຮອງ​ປະທານ​ຜູ້​ປະຈຳການ​ຄະນະ​ກຳມະການ​ສາມັກຄີ​ຊາວ​ຄິດນະຄອນ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ.

        “ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ສືບ​ຕໍ່​ປັບປຸງ​ອົງ​ການຈັດ​ຕັ້ງ​ຂອງ​ຄະ​ນະ​ກຳມະການ​ສາມັກຄີ​ຊາວ​ຄິດນະຄອນ​ຮ່າ​ໂນ້ຍ, ປັບປຸງ​ບັນດາ​ຜົນງານ​ເຊິ່ງອາ​ຍູ້​ການ​ກອ່ນໆ​ບັນລຸ​ໄດ້. ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ປ່ຽນ​ໃໝ່​ບຸກຄະລາ​ກອນ, ທີ່ມີ​ລະດັບ​ວັດທະນະທຳ​ກວ່າ, ມີ​ອິດທິຜົນ​ຊື່​ສຽງ​ທັງການ​ເຄື່ອນ​ໄຫວ​ສາສະໜາ ​ແລະ ຊີວິດ​ປະຈຳ​ວັນ. ກ່ຽວ​ກັບ​ວິທີ​​ການເຄື່ອນ​ໄຫວ ພວກ​ຂ້າພະ​ເຈົ້າ​ກໍ​ປ່ຽນ​ໃໝ່​ຄື ຈັດ​ຕັ້ງ​ການແລກປ່ຽນ​ວຽກ​ງານ​ກັບ​ບັນດາ​ຫົວໜ່ວຍ​ອື່ນໆ ເພື່ອ​ສາມາດ​ຮໍ່າຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ໄດ້​.”

ຂ່າວ/ບົດ​ອື່ນ