ຊາວຍົບພະຍົບກວ່າ 2.000 ຄົນໄດ້ກູ້ເອົາຊີວິດຢູ່ທະເລເມດີຕາລາເນ

ຊາວຍົບພະຍົບກວ່າ 2.000 ຄົນໄດ້ກູ້ເອົາຊີວິດຢູ່ທະເລເມດີຕາລາເນ - ảnh 1
​ຊາວ​ອົບ​ພະ​ຍົບ​ເດີນ​ທະ​ເລ​ດ້ວຍ​ກ່ຳ​ປັ່ນ​ຢາງ​ພາ​ລາ
(ພາບ: AFP/TTXVN)

(vovworld) - ວັນ​ທີ 14/04, ກຳ​ລັງ​ປ້ອງກ​ັນ​ຝັ່ງ​ທະ​ເລ​ອີຕາ​ລີ ແລະ ກຳ​ບັ່ນ​ເອ​ກະ​ຊົນ​ 5 ລຳ ໄດ້​ກູ​້​​ເອົາ​ຊີ​ວິດ​ຊາວ​ອົບ​ພະ​ຍົບ​ກວ່າ 2.000 ​ຄົນຈາກ​ບັນ​ດາ​ກ່ຳ​ປັ່ນ​ຢາງ​ພາ​ລາ ແລະ ກ່ຳ​ປັ່ນ​​ໄມ້ ທີ່ບໍ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ເມື່ອ​ເຂົາ​ເຈົ້າ​ພວມ​ເດີນ​ທາງ​ຈາກ​ທະ​ເລເມ​ດີ​ຕາ​ລາ​ເນ ເຖິງ​ເອີ​ລົບ. ການ​ກເອົາ​ຊີ​ວິດ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ພາຍ​ຫຼັງ 1 ວັນ​ເມື່ອ​ເກີດ​ເຫດ​ກ່ຳ​ປັ່ນ​ຖ​ືກ​ຈົ​ມ​ນ້ຳ ເຊິ່ງ​ເຮັດ​ໃຫ້​​ມີຢ່າງ​ນ້ອຍ​ສຸດ​ 97 ຄົນ​​ຖືກ​ຫາຍສາບ​ສູນ​ຢູ່ນອກ​ຝັ່ງ​ທະ​ເລ ລີ​ບີ ໃນ​ວັນ​ທີ 13/04. ໂຄ​ສົກ​ຂອງ​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ​ລີ​ບີ, ທ່ານ Ayoub Qassem ເວົ້າ​ວ່າ, ຊາວ​ອົບ​ພະ​ຍົບ 23 ຄົນ​ໄດ້​ຮັບ​ການ​ກູ້​ເອົາ​ຊີ​ວິດ​ໃນ​ກ່ຳ​ປັ່ນ​ລຳ​ໜຶ່ງ ເຊິ່ງ​ໄດ້​ຮັບ​ຖື​ວ່າ​ຂົນ​ສົ່ງ 120 ຄົນ. ຈຳ​ນວນ​ຜູ້​ຍັງ​ເຫຼືອ​​​ ປະ​ຈຸ​ບັນ​ພວມ​ຖືກ​ຫາຍ​ສາບ​ສູນ​ຢູ່, ໃນ​ນັ້ນ​ມີ​ແມ່​ຍິງ ແລະ ເດ​ັກ​ນ້ອຍ 15 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ