ເຂດຖານທີ່ໝັ້ນກອງທັບອາກາດ Futenma
(ພາບ: AFP)
(vovworld) – ວັນທີ 21/02, ມີປະຊາຊົນປະມານ 28.000 ຄົນໄດ້ພາກັນຢືນອ້ອມແອ້ມສຳນັກງານສະພາແຫ່ງຊາດ ຍີ່ປຸ່ນ ຢູ່ນະຄອນຫລວງ ໂຕກຽວ ເພື່ອຄັດຄ້ານເລື່ອງຈັດສັນເຂດຖານທີ່ໝັ້ນກອງທັບອາກາດ Futenma ຂອງ ອາເມລິກາ ຄືນໃໝ່ ຢູ່ແຂວງ Okinawa. ບັນດາການແຫ່ຂະບວນປະທ້ວງຄັດຄ້ານເລື່ອງກໍ່ສ້າງດັ່ງກ່າວ ກໍ່ດຳເນີນໄປຢູ່ນະຄອນຕ່າງໆຄື: Toyama, Okayama, Nagoya ແລະ Osaka. ຍີ່ປຸ່ນ ແລະ ອາເມລິກາ ຊຶ່ງພວມສົ່ງເສີມແຜນການເຄື່ອນຍ້າຍເຂດຖານທີ່ໝັ້ນກອງທັບອາກາດ Futenma ຂອງ ອາເມລິກາ ຈາກເມືອງ Ginowan ໄປຍັງເທດສະບານເມືອງ Henoko ຂອງນະຄອນ Nago ຂຶ້ນກັບແຂວງ Okinawa. ເຖິງຢ່າງໃດກໍ່ຕາມ, ຊາວທ້ອງຖິ່ນຄັດຄ້ານແຜນການດັ່ງກ່າວຢ່າງຮຸນແຮງ ແລະ ຮຽກຮ້ອງໃຫ້ເຄື່ອນຍ້າຍເຂດຖານທີ່ໝັ້ນດັ່ງກ່າວອອກຈາກແຂວງ Okinawa.