ຊາວຕ່າງປະເທດຂຽນປື້ມກ່ຽວກັບວັດທະນະທຳຫວຽດນາມດ້ວຍພາສາຫວຽດ

ຊາວຕ່າງປະເທດຂຽນປື້ມກ່ຽວກັບວັດທະນະທຳຫວຽດນາມດ້ວຍພາສາຫວຽດ - ảnh 1
​ທ່ານ​ນາງ Daria Mishukova
ພາບ:internet


(vovworld)-​​ ວັນ​ທີ 5/7 ຢູ່ ຮ່າ​ໂນ້ຍ ​ໄດ້ຈັດການ​ແນະນຳ​ປື້​ມກ່ຽວ​ກັບ​ວັດທະນະທຳ​ຫວຽດນາມ​ດ້ວຍ​ພາສາ​ຫວຽດ ​ໂດຍນັກ​ຂຽນ Daria Mishukova ຊາວ​ລັດ​ເຊຍ ​ເປັນ​ຜູ້​ຂຽນ​. ປື້​ມຫົວ​ນີ້​ແມ່ນ​ແນະນຳ​ຢ່າງ​ຄົບ​ຖ້ວນ, ລະອຽດ ກ່ຽວ​ກັບ​ວັດທະນະທຳ, ປະ​ເທດ​ຊາດ, ຊາວ​ຫວຽດນາມ, ສ້າງ​ພາບ​ພົດ​ສວຍ​ງາມ​ກ່ຽວ​ກັບປ​ະ​ເທດ​ຊາດ​ຫວຽດນາມ ​ໃຫ້​ແກ່​​ເພື່ອນ​ຜູ້​ອ່ານ​ລັດ​ເຊຍ, ປະກອບສ່ວນ​​​​ເຂົ້າ​ໃນການ​ໂຄສະນາ​ວັດທະນະທຳ, ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ.  ມີ​ຫລາຍ​ອົງການ, ຫົວຫນ່ວຍ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຕີ​ລາຄາ​ສູງ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ປື້​ມຫົວ​ນີ້.

ຂ່າວ/ບົດ​ອື່ນ