(VOVWORLD) -ມີຊາວ ມຸດສະລິມນັບຫຼາຍພັນຄົນໄດ້ແຫ່ຂະບວນປະທ້ວງຢູ່ຫຼາຍປະເທດ ໃນສະພາບຢູ່ຝລັ່ງ ໄດ້ເກີດເຫດບຸກໂຈມຕີກໍ່ການຮ້າຍ 2 ຄັ້ງຢ່າງລຽນຕິດ
ຢູ່ ບັງກະລາເທດ, ມີຜູ້ແຫ່ຂະບວນປະທ້ວງນັບພັນຄົນໄດ້ເດີນຂະບວນຢູ່ນະຄອນຫຼວງ Dhaka
(ພາບ: AFP/TTXVN)
|
ວັນທີ 30 ຕຸລາ, ມີຊາວ ມຸດສະລິມນັບຫຼາຍພັນຄົນໄດ້ແຫ່ຂະບວນປະທ້ວງຢູ່ຫຼາຍປະເທດ ໃນສະພາບຢູ່ຝລັ່ງ ໄດ້ເກີດເຫດບຸກໂຈມຕີກໍ່ການຮ້າຍ 2 ຄັ້ງຢ່າງລຽນຕິດໃນເດືອນນີ້ທີ່ກ່ຽວຂ້ອງເຖິງພາບແຕ້ມເຍາະເຍີ້ຍນັກທຳນາຍ Mohammed.
ຢູ່ ປາກິດສະຖານ ແລະ ລີບັງ, ກຳລັງຕຳຫຼວດໄດ້ຍິງແກັດນ້ຳຕາເພື່ອສະຫຼາຍຄະນະແຫ່ຂະບວນປະທ້ວງ, ເດີນຂະບວນທີ່ພວມໄປຫາສະຖານທູດຝລັ່ງ, ເຮືອນສ່ວນຕົວຂອງເອກອັກຄະລັດຖະທູດຝລັ່ງ. ຢູ່ ບັງກະລາເທດ, ມີຜູ້ແຫ່ຂະບວນປະທ້ວງນັບພັນຄົນໄດ້ເດີນຂະບວນຢູ່ນະຄອນຫຼວງ Dhaka, ຮ້ອງໂຮ່ບັນດາຄຳຂວັນຮຽກຮ້ອງໃຫ້ເຊົາໃຊ້ສິນຄ້າຝລັ່ງ…
ໃນຂະນະນັ້ນ, ຢູ່ຝລັ່ງ, ພາຍຫຼັງເກີດເຫດບຸກໂຈມຕີດ້ວຍມີດໃນວັນທີ 29 ຕຸລາ ແນໃສ່ບັນດາສາສະນິກກະຊົນທີ່ພວມພາວະນາຢູ່ໂບດ Notre – Dame ຢູ່ Nice ເຮັດໃຫ້ມີ 3 ຄົນເສຍຊີວິດ, ປະເທດນີ້ໄດ້ຍົກລະດັບການກ່າວເຕືອນຄວາມໝັ້ນຄົງຂຶ້ນລະດັບສູງສຸດ.
ກ່ອນໜ້ານັ້ນ, ວັນທີ 16 ຕຸລາ, ຢູ່ Yvelines, ເຂດຊານນະຄອນທາງທິດຕາເວັນຕົກສ່ຽງເໜືອນະຄອນຫຼວງປາຣີ, ມີອ້າຍຄູຜູ້ໜຶ່ງຖືກສັງຫານຍ້ອນໄດ້ນຳໃຊ້ພາບແຕ້ມເຍາະເຍີ້ຍນັກທຳນາຍ Mohammed ໃນຊົ່ວໂມງສອນກ່ຽວກັບຄວາມເສລີໃນການປາກເວົ້າ.