ຊາວຫວຽດນາມອາໄສຢູ່ຕ່າງປະເທດຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນພົນເອກຫວໍງວຽນຢາບ
ສຸສານພົນເອກ ຫວໍງວຽນຢາບ
(ພາບ: TTXVN)
(vovworld) – ໃນການເດີນທາງເຂົ້າຮ່ວມງານບຸນໄຫວ້ບູຊາເຈົ້າຊີວິດ ຮູ່ງ, ວັນທີ 9/4, ຊາວ ຫວຽດນາມອາໄສຢູ່ 20 ປະເທດ ແລະ ເຂດແຄ້ວນໃນໂລກກ່ວາ 40 ຄົນ ໄດ້ໄປຢ້ຽມຢາມ ຫວູງຈົ່ວ - ເກາະ ອ໋ຽນ (ເມືອງ ກວາງແຈກ, ແຂວງ ກວາງບີ່ງ), ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາຍ. ທຸກຄົນຕ່າງກໍ່ຮູ້ສຶກສະເທື່ອນໃຈເມື່ອຖະຫວາຍທູບທຽນຢູ່ສຸສານຂອງພົນເອກກອງທັບປະຊາຊົນ ຫວຽດນາມ, ລູກສິດຜູ້ດີເດັ່ນຂອງບ້ານເກີດເມືອງນອນ ກວາງບີ່ງ ແລະ ປະເທດ ຫວຽດນາມ ດ້ວຍຄວາມເຄົາລົບ.
ທ່ານ ດິງເວືອງຕິ້, ອາຍຸ 74 ປີ, ຊາວ ຫວຽດນາມ ອາໄສຢູ່ ໄທ, ແບ່ງປັນວ່າ: “ເມື່ອດຳລົງຊີວິດຢູ່ ໄທ, ຂ້າພະເຈົ້າໄດ້ຮັບຂ່າວພົນເອກ ຫວໍງວຽນຢາບ ເຖິງແກ່ມໍລະນະກຳ, ແຕ່ຄາວນັ້ນ, ຂ້າພະເຈົ້າບໍ່ມີໂອກາດກັບເມືອປະເທດເພື່ໄຫວ້ອາໄລເພີ່ນ. ຂ້າພະເຈົ້າເຫງົາ ແລະ ຮູ້ສຶກເສຍດາຍທີ່ສຸດ. ມື້ນີ້, ຂ້າພະເຈົ້າມາຈູດໄດ້ທູບທຽນອາໄລຫາພົນເອກຢູ່ສຸສານຂອງເພີ່ນ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ຂ້າພະເຈົ້າຈະເລົົ່າເລື່ອງ ແລະ ສຶກໃຫ້ສາລູກຫຼານຂອງຕົນຍາມໃດກໍ່ຕ້ອງຈົດຈຳບຸນຄຸນຂອງບັນພະບຸລຸດ, ບັນດານັກວິລະຊົນຂອງຊາດ ແລະ ມີຄວາມເອກອ້າງທະນົງໃຈຕໍ່ກົກເຄົ້າເຫົງາກໍ່ຂອງຕົນ.”