(VOVWORLD) -ມີຊາວອົບພະຍົບຢ່າງຜິດກົດໝາຍປະມານ 130 ຄົນ ໄດ້ຮັບການກູ້ຊີບໃນເຫດເຮືອລົ້ມຢູ່ນອກຝັ່ງທະເລ ລີບີ.
ພາບຊາວອົບພະຍົບຢ່າງຜິດກົດໝາຍ ທີ່ໄດ້ຖ່າຍໄວ້ໃນວັນທີ 28 ກຸມພາ 2021 (ພາບ: AFP/ TTXVN) |
ວັນທີ 29 ສິງຫາ, ອົງການຂ້າຫຼວງໃຫຍ່ ສປຊ ກ່ຽວກັບຊາວລີ້ໄພ (UNHCR) ແຈ້ງໃຫ້ຊາບວ່າ ມີຊາວອົບພະຍົບຢ່າງຜິດກົດໝາຍປະມານ 130 ຄົນ ໄດ້ຮັບການກູ້ຊີບໃນເຫດເຮືອລົ້ມຢູ່ນອກຝັ່ງທະເລ ລີບີ.
ໃນແຈ້ງການສະບັບໜຶ່ງທີ່ໄດ້ເອົາລົງໃນສື່ສັງຄົມ Twitter, UNHCR ໃຫ້ຮູ້ວ່າ ບັນດາຜູ້ຄົນດັ່ງກ່າວໄດ້ຖືກສົ່ງກັບເມືອນະຄອນຫຼວງ Tripoli, ລີບີ ໃນຕອນຄ່ຳຂອງວັນດຽວກັນ. ດຽວນີ້, ຍັງມີຊາວອົບພະຍົບ 4 ຊົນ ເສຍຊີວິດ.
ຕາມການສະຖິຕິຂອງອົງການອົບພະຍົບສາກົນ (IOM) ໃຫ້ຮູ້ວ່າ ນັບແຕ່ຕົ້ນປີ 2021 ມາຮອດປັດຈຸບັນ, ມີຊາວອົບພະຍົບຢ່າງຜິດກົດໝາຍປະມານກວ່າ 22.000 ໄດ້ຮັບການກູ້ຊີບ ໃນຂະນະທີ່ນັບຮ້ອຍຄົນເສຍຊີວິດ ຫຼື ຫາຍສາບສູນຢູ່ນອກຝັ່ງທະເລ ລີບີ ເມື່ອພະຍາຍາມຂ້າມທະເລໄປຍັງ ເອີີຣົບ.