ຊາວເກຼັກປະຕິເສດແຜນການຮັດເຂັມຂັດ
ພາບປະກອບ:internet
(vovworld)- ຕາມໝາກຜົນການນັບບັດໃນການລົງປະຊາມະຕິຢູ່ ເກຼັກ ເມື່ອວັນທີ 5/7 ຢ່າງເປັນທາງການແລ້ວ, ເກືອບ 61,31% ຈຳນວນຜູ້ມີສິດເລືອກຕັ້ງຢູ່ ປະເທດນີ້ ໄດ້ປະຕິເສດແຜນການປະຕິຮູບ ແລະ ການໃຊ້ຈ່າຍຮັດເຂັມຂັດໂດຍ ບັນດາເຈົ້າຫນີ້ສາກົນ(ລວມມີ ກອງທຶນເງິນຕາສາກົນ(IMF), ຄະນະກຳມະການ ເອີລົບ (EC) ແລະ ທະນາຄານສູນກາງ ເອີລົບ (ECB) ) ວາງອອກ ເພື່ອແລກເອົາການກູ້ຊ່ວຍໃຫ້ປະເທດນີ້. ໝາກຜົນດັ່ງກ່າວໂດຍກະຊວງພາຍໃນ ເກຼັກ ປະກາດໃນວັນທີ 6/7 ໃຫ້ເຫັນວ່າ: ມີ 62,5% ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດໃນການລົງປະຊາມະຕິເມື່ອວັນທີ 5/7. ດ້ວຍ 100% ຈຳນວນບັດໄດ້ນັບ, ມີພຽງ 38,69% ຈຳນວນບັດສະຫນັບສະຫນູນບັນດາເງື່ອນໄຂທີ່ເຈົ້າຫນີ້ວາງອອກ. ພາຍຫລັງໝາກຜົນນັບບັດດັ່ງກ່າວໄດ້ຮັບການປະກາດ, ຊາວນະຄອນຫລວງ Athen ນັບພັນຄົນໄດ້ເຕົ້າໂຮມຢູ່ໃຈກາງນະຄອນຫລວງເພື່ອອວຍພອນ, ໂດຍບໍ່ຫົວຊາຕໍ່ບັນດາຄຳກ່າວເຕືອນວ່າ ເລື່ອງບໍ່ບັນລຸໄດ້ຂໍ້ຕົກລົງກັບເຈົ້າຫນີ້ສາກົນ ອາດຈະເຮັດໃຫ້ເກຼັກ ຕ້ອງອອກຈາກພາກພື້ນໃຊ້ສະກຸນເງິນລວມເອີລົບ.