ຊາວໜຸ່ມຈະແມ່ນຂົວເຊື່ອມຕໍ່ການພົວພັນ ຫວຽດນາມ - ອິນເດຍ

(VOVWORLD) -ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ບັນດາອົງການຈັດຕັ້ງຊາວໜຸ່ມໂດຍ ອິນເດຍ ໄດ້ສ້າງຕັ້ງການພົວພັນຮ່ວມມືເຂັ້ມແຂງຢ່າງແທ້ຈິງ.
ຊາວໜຸ່ມຈະແມ່ນຂົວເຊື່ອມຕໍ່ການພົວພັນ ຫວຽດນາມ - ອິນເດຍ - ảnh 1 (ທີ່ການຕ້ອນຮັບ)

ຕອນບ່າຍວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາຜູ້ປະຈຳການສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ບຸຍກວາງຮຸຍ, ໄດ້ມີການພົບປະກັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ອິນເດຍ ປະຈຳ ຫວຽດນາມ Pranay Verma.

        ທີ່ການຕ້ອນຮັບ, ທ່ານ ບຸຍກວາງຮຸຍ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ບັນດາອົງການຈັດຕັ້ງຊາວໜຸ່ມໂດຍ ອິນເດຍ ໄດ້ສ້າງຕັ້ງການພົວພັນຮ່ວມມືເຂັ້ມແຂງຢ່າງແທ້ຈິງ. ເລື່ອງຈັດຕັ້ງການເຄື່ອນໄຫວຈັດສົ່ງ ແລະ ຕ້ອນຮັບຄະນະຜູ້ແທນຊາວໜຸ່ມຢ້ຽມຢາມ ແລະ ເຮັດວຽກຢູ່ທັງ 2 ປະເທດໃນແຕ່ປີ ໄດ້ຊ່ວຍໃຫ້ຊາວໜຸ່ມ 2 ປະເທດມີກາລະໂອກາດພົວພັນແລກປ່ຽນ, ແບ່ງປັນ ແລະ ເພີ່ມທະວີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະ ອິນເດຍ ກວ່າ. ທ່ານ ບຸຍກວາງຮຸຍ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ບັນດາການເຄື່ອນໄຫວຮ່ວມມືລະຫວ່າງຊາວໜຸ່ມ ຫວຽດນາມ - ອິນເດຍ ຈະໄດ້ເຊື່ອມຕໍ່, ຜັນຂະຫຍາຍຄືນໃໝ່, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ນັບມື້ນັບພັດທະນາລະຫວ່າງ 2 ປະເທດເວົ້າລວມ ແລະ ຊາວໜຸ່ມຂອງ 2 ປະເທດເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ