ຊາວໜຸ່ມຕ້ອງຝຶກຝົນຫຼໍ່ຫຼອມໃຫ້ມີຄຸນສົມບັດ,ມີຄວາມຮູ້ສູງແລະອຸດົມຄະຕິສູນສົ່ງ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
ພົບປະກັບຜູ້ແທນ 445 ຄົນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມດີເດັ່ນ
(ພາບ: tuoitre.vn)
(vovworld) – ຕອນເຊົ້າວັນທີ 28/08, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບຜູ້ແທນ 445 ຄົນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມດີເດັ່ນປະຕິບັດຕາມແບບຢ່າງປະທານໂຮ່ຈິມິນ ຄັ້ງທີ 5, ປີ 2016. ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ສະເໝີໃຫ້ບັນດາຊາວໜຸ່ມດີເດັ່ນສືບຕໍ່ຮ່ຳຮຽນ, ອອກແຮງງານ, ຝຶກຝົນຫຼໍ່ຫຼອມ ໃຫ້ນັບມື້ນັບກ້າວໜ້າ, ມີຄຸນສົມບັດ,ມີຄວາມຮູ້ສູງແລະອຸດົມຄະຕິສູນສົ່ງ. ທ່ານນາງປະທານສະພາແຫ່ງຊາດ ໄດ້ຕີລາຄາສູງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດກອງປະຊຸມໃຫຍ່ຊາວໜຸ່ມດີເດັ່ນປະຕິບັດຕາມແບບຢ່າງປະທານໂຮ່ຈິມິນ, ໄລຍະ 2014 – 2016 ແລະ ວາງອອກບັນດາມາດຕະການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.
“445 ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ແມ່ນບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມຄຸນສົມບັດປະທານໂຮ່ຈິມິນ ຢ່າງແທ້ຈິງ, ໄດ້ມີປະກອບສ່ວນເຂົ້າໃນວຽກງານຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນຢ່າງເໝາະສົມ, ມີອິດທິພົນຊື່ສຽງໃນຊາວໜຸ່ມເຍົາວະຊົນ ແລະ ສັງຄົມຢ່າງຕັ້ງໜ້າ”.