ຊາວໜຸ່ມສວມບົດບາດສຳຄັນໃຫ້ແກ່ການພັດທະນາປະເທດຊາດ

ຊາວໜຸ່ມສວມບົດບາດສຳຄັນໃຫ້ແກ່ການພັດທະນາປະເທດຊາດ - ảnh 1
(ພາບປະກອບ)

(vovworld) – ນັກ​ສຶກສາ​ແມ່ນ​ລຸ້ນ​ຊາວ​ໜຸ່ມ​ດີ​ເດັ່ນ, ​ສວມ​ບົດບາດ​ສຳຄັນ​ໃຫ້​ແກ່​ການ​ພັດທະນາ​ຂອງປະ​ເທດ​ຊາດ. ສັງຄົມ​ເຕີບ​ໃຫຍ່, ​​ເຂັ້ມ​ແຂງ​ໄດ້ສ້າງ​ກາລະ​ໂອກາດ​ຫຼາຍ​ຢ່າງ, ພ້ອມ​ທັງ​ກໍ່​ວາງ​ອອກ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ ຮຽກຮ້ອງ​ໃຫ້​ນັກ​ສຶກສາທຸກ​ຊັ້ນ ຕ້ອງ​ຂະຫຍັນ​ຂັນ​ເຄື່ອນ​, ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ຜ່າ​ນຜ່າ​ຄວາມ​ຫຍຸ້ງຍາກ, ສະ​ແດງ​​​ໃຫ້​ເຫັນ​ຕົນ​ເອງ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ອ້າຍ ​ເລກ໋ວກຟອງ, ປະທານ​ສູນ​ກາງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ, ທີ່​ການ​​ແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ ສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ (09/01/1950 – 09/01/2015).

        ຕາມ​ອ້າຍ ​ເລກ໋ວກຟອງ ​ແລ້ວ, ​​ໃນ​ໄລຍະ​ປະຈຸ​ບັນ, ​ນັກ​ສຶກສາ, ລຸ້ນຊາວ​ໜຸ່ມ​ດີ​ເດັ່ນຂອງ​ປະ​ເທດ​ຊາດ ຕ້ອງ​ຕັ້ງ​ຕົວ​ເອງ​ເຂົ້າ​ໃນ​ສະພາບ​ການ​ລວມຂອງ​ປະ​ເທດ​ຊາດ.

        “​ເພື່ອນໜຸ່ມ​ແຕ່ລະຄົນ​ລ້ວນ​ແຕ່​ມີ​ຄວາມ​ໄຝ່ຝັນ ​ແລະ ຄວາມ​ມຸ່ງ​ມາດປາດ​ຖະໜາ​ຂອງ​ສະ​ເພາະຕົນ​ເອງ. ຄວາມ​ໄຝ່ຝັນ, ​ຄວາມ​ມຸ່ງ​ມາດປາດຖະໜານັ້ນ ພວກ​ເພື່ອນ​ບໍ່​ພຽງ​ແຕ່ສະຫງວນ​ໃຫ້​ແກ່​ຕົນ​ເອງ​, ​ຄອບຄົວເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ປະຊາ​ຄົມ​ຢູ່​ອ້ອມ​ຂ້າງ, ​ເອົາ​ໃຈ​ໃສ່​ເຖິງ​ສັງຄົມ ​ແລະ ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ປະ​ເທດ​ຊາດ​ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ