ຊາວໜຸ່ມຫວຽດນາມ,ຈີນຮ່ວມແຮງຮ່ວມໃຈເພີ່ອພູນຄູນສ້າງນ້ຳໃຈມິດຕະພາບ
ງານມະໂຫລານຊາວໜຸ່ມ ຫວຽດນາມ -ຈີນ 2013
(ພາບອິນເຕີແນັດ)
(vovworld) - ໂດຍປະຕິບັດແຜນນະໂຍບາຍລວມຂອງການນຳຂັ້ນສູງສອງພັກ, ສອງລັດ ຫວຽດນາມ - ຈີນ ກ່ຽວກັບການເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຊາວໜຸ່ມສອງປະເທດ. ນັບແຕ່ວັນທີ 7 -10/11/2016, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບສູນກາງຊາວໜຸ່ມກອມມູນິດ ຈີນ ຈັດຕັ້ງງານມະໂຫລານຊາວໜຸ່ມ ຫວຽດນາມ -ຈີນ ຄັ້ງທີ 3 ຢູ່ ຫວຽດນາມ.
ດ້ວຍຫົວຂໍ້ວ່າ “ຫວຽດນາມ - ຈີນ ຮ່ວມແຮງຮ່ວມໃຈເພື່ມພູນຄູນສ້າງນ້ຳໃຈມິດຕະພາບ“. ງານມະໂຫລານໄດ້ຮັບການຈັດຕັ້ງດ້ວຍຂະໜາດໃຫຍ່, ເຊິ່ງມີການເຂົ້າຮ່ວມຂອງຊາວໜຸ່ມ ຫວຽດນາມ ນັບພັນຄົນ ແລະ ຊາວໜຸ່ມຈີນ 1.000 ຄົນ. ຕາມຄະນະຈັດຕັ້ງ, ບັນດາການເຄື່ອນໄຫວຕົ້ນຕໍຂອງງານມະໂຫລານຈະດຳເນີນຢູ່ 7 ແຂວງ, ນະຄອນຕາມຫົວຂໍ້: “ຊາວໜຸ່ມເຂົ້າຮ່ວມການປົກປັກຮັກສາສະພາບແວດລ້ອມ ແລະ ພັດທະນາແບບຍືນຍົງ“; “ຊາວໜຸ່ມເຂົ້າຮ່ວມການປົກປັກຮັກສາສີສັນວັດທະນະທຳ ແລະ ພັດທະນາການທ່ອງທ່ຽວ“; “ຊາວໜຸ່ມປະຈັນບານໃນການພັດທະນາເສດຖະກິດສັງຄົມ“. ພາຍຫຼັງເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ 6 ແຂວງ, ຊາວໜຸ່ມ ຈີນ 1.000 ຄົນຈະກັບມາ ຮ່າໂນ້ຍ ເຂົ້າຮ່ວມລາຍການພົບປະແລກປ່ຽນສິລະປະ ແລະ ພິທີອັດງານມະໂຫລານຊາວໜູ່ມ ຫວຽດນາມ - ຈີນ ຄັ້ງທີ 3.