ຊາວໜຸ່ມຫວຽດນາມແລະລາວເພີ່ມທະວີການພົວພັນແລກປ່ຽນແລະຮ່ວມມື
ການຕ້ອນຮັບໃນວັນທີ 5/4
(ພາບ: nhandan.com.vn)
(vovworld) – ວັນທີ 5/4, ທີ່ສຳນັກງານສູນກາງພັກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ສອນທະນູ ທຳມະວົງ, ເລຂາຜູ້ທີໜຶ່ງຄະນະກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໜ້າ ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ: ການຢ້ຽມຢາມ ຫວຽດນາມ ຂອງຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງນີ້ຈະປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ເພີ່ມພຸນຄຸນສ້າງຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງໄວໜຸ່ມ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ. ການນຳ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ສະໜັບສະໜູນ ແລະ ສ້າງເງື່ອນໄຂເພື່ອໃຫ້ຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນ, ພົວພັນແລກປ່ຽນ ແລະ ຮ່ວມມື, ຜ່ານນັ້ນສຶກສາຊາວໜຸ່ມ 2 ປະເທດກ່ຽວກັບມູນເຊື້ອອັນດີງາມເຊິ່ງລຸ້ນກ່ອນໄດ້ເພີ່ມພຸນຄຸນສ້າງ. ສ່ວນທ່ານ ສອນທະນູ ທຳມະວົງ, ເລຂາຜູ້ທີໜຶ່ງຄະນະກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍ່ຢັ້ງຢືນວ່າ: ຍາມໃດຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍ່ຮຽງບ່າຮຽງໄຫຼ່ພ້ອມກັບຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງ ແລະ ຄວາມສຸດຈິດສຸດໃຈຂອງລຸ້ນໜຸ່ມ 2 ປະເທດ, ຍົກສູງຄຸນນະພາບ, ປະສິດທິຜົນ ແລະ ລັກສະນະແທດຈິງຂອງບັນດາລາຍການຮ່ວມມື, ເປີດກ້ວາງບັນດາຮູບແບບການຮ່ວມມືໃໝ່, ຜ່ານນັ້ນປະກອບສ່ວນຮັກສາ ແລະ ພັດທະນາການພົວພັນແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ.