ຊາວໜຸ່ມ ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບເພື່ອປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບໄພພິບັດທຳມະຊາດ

(VOVWORLD) - ຜູ້ຕາງໜ້າຊາວໜຸ່ມບັນດາປະເທດ ພາກພື້ນ ອາຊີ - ປາຊີຟິກ ທີ່ເຂົ້າຮ່ວມເວທີປາໄສ ລ້ວນແຕ່ຢັ້ງຢືນວ່າ ເວທີປາໄສແມ່ນໂອກາດທີ່ດີ ເພື່ອເຊື່ອມຕໍ່, ສ້າງແຫຼ່ງບັນດານໃຈ, ຊຸກຍູ້ບັນດາຂໍ້ລິເລີ່ມ, ຜ່ານນັ້ນ ເພີ່ມຄວາມສາມາດປ້ອງກັນ, ສະກັດກັ້ນໄພພິບັດທຳມະຊາດ, ຫລຸດຜ່ອນຜົນເສຍຫາຍຍ້ອນໄພພິບັດກໍ່ຂຶ້ນ.
ຊາວໜຸ່ມ ເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບເພື່ອປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບໄພພິບັດທຳມະຊາດ - ảnh 1ຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສ

ຢູ່ນອກເວທີປາໄສຊາວໜຸ່ມສະພາກາແດງ ແລະ ຊິກວົງເດືອນແດງສາກົນດ້ວຍຫົວຂໍ້ “ຍົກສູງຄວາມສາມາດຕ້ານຢັນ: ການນຳຊາວໜຸ່ມສ້າງແຫຼ່ງບັນດານໃຈຊຸກຍູ້ຄວາມພ້ອມຮັບມືກັບໄພພິບັດຢ່າງມີຫົວຄິດປະດິດສ້າງ”, ຈັດຂຶ້ນໃນວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າຊາວໜຸ່ມບັນດາປະເທດ ພາກພື້ນ ອາຊີ - ປາຊີຟິກ ທີ່ເຂົ້າຮ່ວມເວທີປາໄສ ລ້ວນແຕ່ຢັ້ງຢືນວ່າ ເວທີປາໄສແມ່ນໂອກາດທີ່ດີ ເພື່ອເຊື່ອມຕໍ່, ສ້າງແຫຼ່ງບັນດານໃຈ, ຊຸກຍູ້ບັນດາຂໍ້ລິເລີ່ມ, ຜ່ານນັ້ນ ເພີ່ມຄວາມສາມາດປ້ອງກັນ, ສະກັດກັ້ນໄພພິບັດທຳມະຊາດ, ຫລຸດຜ່ອນຜົນເສຍຫາຍຍ້ອນໄພພິບັດກໍ່ຂຶ້ນ.

        ທ່ານ Tareq Alkandari, ຜູ້ແທນຊາວໜຸ່ມຂອງສະພາກາແດງ ແລະ ຊິກວົງເດືອນແດງ ຄູເວດ, ໃຫ້ຮູ້ວ່າ:

        “ການເຂົ້າຮ່ວມຂອງຊາວໜຸ່ມກໍ່ສຳຄັນໃນໄລຍະນີ້. ທີ່ເວທີປາໄສນີ້, ຫຼາຍຂໍ້ລິເລີ່ມ, ແນວຄວາມຄິດໄດ້ນຳມາປຶກສາຫາລື. ພວກເພື່ອນມີຫຼາຍຂໍ້ລິເລີ່ມທີ່ດີ, ເພື່ອປຶກສາຫາລືເພື່ອຍົກອອກມາດຕະການຮັບມືກັບໄພພິບັດທຳມະຊາດ, ວິກິດການດິນຟ້າອາກາດ. ຂ້າພະເຈົ້າມີຄວາມປະທັບໃຈດ້ວຍບັນດາການເຄື່ອນໄຫວຂອງເວທີປາໄສ ແລະ ຄວາມງາມຂອງຮ່າໂນ້ຍ ແລະ ຢູ່ ຫວຽດນາມ ເວົ້າລວມ”.

        ຜູ້ແທນຫຼາຍທ່ານຖືວ່າ: ເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມ, ນອກຈາກເລື່ອງບັນດາປະເທດເອົາໃຈໃສ່ເຖິງການບຳລຸງສ້າງ, ຝຶກອົບຮົມ, ປະກອບບັນດາທັກສະໃນການເປັນເຈົ້າການຮັບມືກັບໄພພິບັດທຳມະຊາດ ໃຫ້ແກ່ຊາວໜຸ່ມ, ຊາວໜຸ່ມແຕ່ລະຄົນເອງກໍ່ເສີມຂະຫຍາຍຄວາມຮັບຜິດຊອບສັງຄົມ, ພ້ອມກັບວົງຄະນະຍາດປົກປັກຮັກສາສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ