ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ

(VOVWORLD) -ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.
ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ - ảnh 1ທ່ານເອກອັກຄະລັດຖະທູດ ຟານຈີ໊ແທ່ງ ພົບປະກັບຊາວຫວຽດນາມ ອາໄສ ຢູ່ ໄທ (ພາບ: TTXVN)
ການນຳອຳນາດການປົກຄອງບາງແຂວງຢູ່ພາກອີ່ສານ ຂອງ ໄທໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງປະຊາຄົມທ່ີມີເຊື້ອຊາດ ຫວຽດນາມ ໃນການພົບປະກັບຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ໄທ ໂດຍ ທ່ານເອກອັກຄະລັດຖະທູດ ຟານຈີ໊ແທ່ງ ນຳໜ້າໄປຢ້ຽມຢາມແຂວງ ໄຊຍະພູມ, ສະກົນນະຄອນ ແລະ ນະຄອນພະນົມ ລະຫວ່າງວັນທີ 11-15 ທັນວາ. ທີ່ບັນດາການພົບປະ, ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.

    ໃນການຢ້ຽມຢາມ, ທ່ານ ຟານຈີ໊ແທ່ງ ແລະ ຄະນະປະຕິບັດງານກໍ່ບັນດາໄດ້ພົບປະກັບສະຫະສະມາຄົມຄົນ ໄທ ທີ່ມີເຊື້ອຊາດ ຫວຽດນາມ, ຜູ້ຕາງໜ້າປະຊາຄົມຄົນ ໄທ ທີ່ມີເຊື້ອຊາດ ຫວຽດນາມ ຢູ່ 3 ແຂວງນີ້. ຢູ່ແຂວງ ນະຄອນພະນົມ, ຄະນະປະຕິບັດງານກໍ່ໄດ້ໄປຖະຫວາຍທູບທຽນໄວ້ອາໄລ ລຸງໂຮ່ ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມີນ ຢູ່ບ້ານ ໄມ້.

ຕອບກັບ

ຂ່າວ/ບົດ​ອື່ນ