ຊາວ Khmer ພວມດຳລົງຊີວິດຢູ່ເຂດຕາເວັນຕົກພາກໃຕ້ ແມ່ນພົນລະເມືອງຫວຽດນາມ
(ພາບປະກອບ)
(vovworld) - ວັນທີ 21/01, ກະຊວງການຕ່າງປະເທດ ແລະ ຮ່ວມມືກັນສາກົນ ກຳປູເຈຍ ໄດ້ອອກຖະແຫຼງການ ປະຕິເສດໃບສະເໜີຂອງບັນດາອົງການຈັດຕັ້ງ Khmer Kampuchea Krom (KKK) ທີ່ຮຽກຮ້ອງໃຫ້ລັດຖະບານແຊກແຊງເຂົ້າເລື່ອງມີຊາວ Khmer ບາງຄົນທີ່ພວມດຳລົງຊີວິດຢູ່ເຂດຕາເວັນຕົກພາກໃຕ້ຂອງຫວຽດນາມ ຖືກຈັບຕົວ ຍ້ອນລະເມີດກົດໝາຍຫວຽດນາມ. ໃນເອກະສານລົງນາມເມື່ອວັນທີ 17/01, ທີ່ຝາກເຖິງປະທານບໍລິຫານສະຫະພັນ KKK ຢູ່ກຳປູເຈຍ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ KKK ຢູ່ກຳປູເຈຍ, ທ່ານ Ouch Borith, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືກັບສາກົນກຳປູເຈຍ ຢືນຢັນວ່າ ຊາວ Khmer ທີ່ພວມດຳລົງຊີວິດຢູ່ເຂດຕາເວັນຕົກພາກໃຕ້ຂອງຫວຽດນາມ ແມ່ນພົນລະເມືອງຂອງຫວຽດນາມ, ຂຶ້ນກັບສິດຄຸ້ມຄອງຂອງລັດຫວຽດນາມ ແລະ ຕ້ອງປະຕິບັດຕາມກົດໝາຍຫວຽດນາມ. ທ່ານ Ouch Borith ເນັ້ນໜັກວ່າ “ກຳປູເຈຍ ແລະ ຫວຽດນາມ ແມ່ນບັນດາປະເທດແຫ່ງເອກະລາດ ມີປະຊາອະທິປະໄຕ. ກຳປູເຈຍ ຈະບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງປະເທດອື່ນ”.
ກ່ອນໜ້ານັ້ນ, ວັນທີ 07/01, ບັນດາອົງການ KKK ຢູ່ກຳປູເຈຍ ໄດ້ຝາກຈົດໝາຍເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືກັບສາກົນກຳປູເຈຍ Hor Nam Hong, ສະເໜີໃຫ້ອຳນາດການປົກຄອງກຳປູເຈຍ ແຊກແຊງເຂົ້າ ແລະ ມີການກະທົບເຖິງລັດຫວຽດນາມ ເພື່ອປ່ອຍຕົວພົນລະເມືອງ Khmer ທີ່ພວມດຳລົງຊີວິດຢູ່ເຂດຕາເວັນຕົກພາກໃຕ້ຂອງຫວຽດນາມ ກໍ່ຖືກຈັບຕົວຍ້ອນມີບັນດາການເຄື່ອນໄຫວລະເມີດກົດໝາຍຫວຽດນາມ.