ພະມະຫາກະສັດ Abdullah
(ພາບ: google.com.vn)
(vovworld) - ຫວ່າງແລ້ວນີ້, ຊາອຸດີ ອາຮັບບີ ຮຽກຮ້ອງຈັດຕັ້ງກອງປະຊຸມວິສາມັນ, ເຊິ່ງລວມມີບັນດາການນຳອິດສະລາມໃນເດືອນ 8 ຈະມາເຖິງ ເພື່ອຮັບມືກັບໄພ ”ກໍ່ຄວາມວຸ້ນວາຍ” ທີ່ພວມຂົ່ມຂູ່ບັນດາປະເທດອິດສະລາມນີ້. ພະມະຫາກະສັດ Abdullah ໄດ້ຮຽກຮ້ອງໃຫ້ຈັດຕັ້ງການປະຊຸມສາມັກຄີອິດສະລາມວິສາມັນ ເພື່ອແນໃສ່ຮັບປະກັນຄວາມເປັນເອກະພາບໃນຈຸດເວລາສະດຸ້ງໄວປະຈຸບັນ, ໃນຂະນະທີ່ໂລກອິດສະລາມພວມຕ້ອງຮັບມືກັບໄພຈະຖືກແຕກທະລາຍ ແລະ ການລຸກຮຶ້ຂຶ້ນ.