ຊູແອດ ເນລະເທດພະນັກງານການທູດ ລັດເຊຍ 5 ຄົນ. ມົດສະກູອອກຖະແຫຼງການຈະໂຕ້ຕອບຄືນເຊັ່ນດຽວກັນ
(VOVWORLD) -ກະຊວງການຕ່າງປະເທດ ຊູແອັດ ໄດ້ແຈ້ງໃຫ້ຊາບວ່າ ໄດ້ເນລະເທດພະນັກງານການທູດ ລັດເຊຍ 5 ຄົນ ດ້ວຍເຫດຜົນທີ່ວ່າ ບຸກຄົນເຫຼົ່ານີ້ “ມີການເຄື່ອນໄຫວທີ່ບໍ່ສອດຄ່ອງກັບກົດບັດ ວຽນ ກ່ຽວກັບການພົວພັນຕ່າງປະເທດ”.
ສະຖານທູດ ລັດເຊຍ ປະຈຳ ຊູແອດ (ພາບ:The Moscow Times) |
ວັນທີ 25 ເມສາ, ກະຊວງການຕ່າງປະເທດ ຊູແອັດ ໄດ້ແຈ້ງໃຫ້ຊາບວ່າ ໄດ້ເນລະເທດພະນັກງານການທູດ ລັດເຊຍ 5 ຄົນ ດ້ວຍເຫດຜົນທີ່ວ່າ ບຸກຄົນເຫຼົ່ານີ້ “ມີການເຄື່ອນໄຫວທີ່ບໍ່ສອດຄ່ອງກັບກົດບັດ ວຽນ ກ່ຽວກັບການພົວພັນຕ່າງປະເທດ”. ຖະແຫຼງການຂອງກະຊວງການຕ່າງປະເທດ ຊູແອັດ ໃຫ້ຮູ້ວ່າ ໄດ້ຮຽກຕົວເອກອັກຄະລັດຖະທູດ ລັດເຊຍ ປະຈຳປະເທດນີ້ ເພື່ອແຈ້ງໃຫ້ຊາບກ່ຽວກັບຂໍ້ຕົກລົງດັ່ງກ່າວ, ຕາມນັ້ນແລ້ວ ຮຽກຮ້ອງໃຫ້ພະນັກງານສະຖານທູດ ລັດເຊຍ 5 ຄົນອອກຈາກປະເທດນີ້. ເມື່ອເດືອນເມສາ ປີ 2022, ຊູແອັດ ກໍໄດ້ເນລະເທດພະນັກງານການທູດຂອງ ລັດເຊຍ 3 ຄົນ ພາຍຫຼັງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ເກີດຂຶ້ນ ໃນທ້າຍເດືອນກຸມພາ 2022.
ປະຕິກິລິຍາຕໍ່ການກະທຳໃໝ່ຂອງ Stokholm, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການໃນທັນທີວ່າ ຈະມີມາດຕະການຄ້າຍຄືກັນເພື່ອໂຕ້ຕອບຄືນຂໍ້ຕົກລົງດັ່ງກ່າວ.