ຍົກສູງກຳລັງຄວາມສາມາດເຈລະຈາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ ຫວຽດນາມ ແລະ ອາຊຽນ
ກອງປະຊຸມສຳມະນາກ່ຽວກັບການເຈລະຈາປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ ຫວຽດນາມ ແລະ ບັນດາປະເທດ ອາຊຽນ
(ພາບ: trithucthoidai.vn)
(vovworld) - ຕາມທ່ານນາງ ເຈີ່ນທິມິນຮ່າ, ຫົວໜ້າກົມຮ່ວມມືສາກົນ, ສັງກັດກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ຫວຽດນາມ ຕີລາຄາສູງບັນດາສະມາຊິກຂອງກຸ່ມປະຕິບັດງານ ອາຊຽນ ກ່ຽວກັບການປ່ຽນແປງຂອງດິນຟ້າ ອາກາດ (AWGCC) ທີ່ໄດ້ເຊື່ອໝັ້ນ, ມອບວຽກງານປະຕິບັດແຜນຮ່າງຍຸດທະສາດຂອງ ອາຊຽນ ໃຫ້ແກ່ການເຄື່ອນໄຫວລວມສຳລັບການປ່ຽນແປງຂອງດິນຟ້າອາກາດ. ທີ່ກອງປະຊຸມສຳມະນາກ່ຽວກັບການເຈລະຈາການປ່ຽນແປງຂອງດິນຟ້າອາກາດໃຫ້ແກ່ ຫວຽດນາມ ແລະ ບັນດາປະເທດ ອາຊຽນ, ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບອົງການພັດທະນາ ສປຊ (UNDP), ສະຖານທູດ ອັງກິດ ຈັດຕັ້ງໃນຕອນເຊົ້າວັນທີ 2/10, ຢູ່ ຮ່າໂນ້ຍ, ທ່ານນາງ Clair Etches, ຫົວໜ້າຂະແໜງເພື່ອຄວາມວັດທະນາຖາວອນ ຂຶ້ນກັບສະຖານທູດ ອັງກິດ ປະຈຳ ຫວຽດນາມໃຫ້ຮູ້ວ່າ: ໄດ້ ແລະ ພວມໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂການປ່ຽນແປງຂອງດິນຟ້າອາກາດເພື່ອຮັບປະກັນການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ກອງປະຊຸມສຳມະນາຈະຊ່ວຍໃຫ້ ຫວຽດນາມ ກໍ່ຄືບັນດາປະເທດສະມາຊິກ ອາຊຽນ ຮັບຜົນສຳເລັດໃນການເຈລະຈາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນກາລະໂອກາດເພື່ອບັນລຸໄດ້ຂໍ້ຕົກລົງໃໝ່ກ່ຽວກັບການປ່ຽນແປງຂອງດິນຟ້າ ອາກາດໃນປີ 2015.