ຍົກສູງຄຸນນະພາບການເຄື່ອນໄຫວຊັກຖາມຂອງສະພາແຫ່ງຊາດ
ກຳມາທິການກົດໝາຍຂອງສະພາແຫ່ງຊາດ
ຈັດຕັ້ງວາລະປະຊຸມຄົບຄະນະເທື່ອທີ 2
(ພາບ: ອິນເຕີແນັດ)
(vovworld) - ວັນທີ 23/09, ຢູ່ສຳນັກງານສະພາແຫ່ງຊາດ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັກດິ້ງ ຈັດຕັ້ງວາລະປະຊຸມຄົບຄະນະເທື່ອທີ 2, ກວດກາບັນດາເນື້ອໃນທີ່ກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 14, ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກຳມາທິການ. ໃນວາລະປະຊຸມຕອນເຊົ້າວັນທີ 23/09, ກຳມາທິການກົດໝາຍກວດກາຮ່າງມະຕິ 2 ສະບັບຂອງຄະນະປະຈຳສະພາແຫ່ງຊາດ ທີ່ປະກາດໃຊ້ກົດລະບຽບຂໍ້ກຳນົດກ່ຽວກັບຂັ້ນຕອນ, ລະບຽບການດຳເນີນບາງເນື້ອໃນທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ; ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດທີ່ກຳນົດກ່ຽວກັບລະບຽບການ ແລະ ເຕັກນິກຈັດວາງສະເໜີເອກະສານນິຕິກຳຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ປະທານປະເທດ. ແລະກໍ່ໃນຕອນເຊົ້າວັນທີ 23/09 ກຳມາທິການກົດໝາຍໃຫ້ຄຳເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດທີ່ກຳນົດກ່ຽວກັບລະບຽບການ ແລະ ເຕັກນິກຈັດວາງເອກະສານນິຕິກຳຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ປະທານປະເທດ.